ທ່ານ​ຣູ​ຮາ​ນີ​ໄດ້​ຮັບ​ການ​ຮັບ​ຮອງເປັນ​ປະ​ທາ​ນາ​ທິ​ບໍ​ດີ​ອີ​​ຣານ​ຊຸດ​ໃໝ່​ຢ່າງ​ເປັນ​ທາງ​ການ
2017-08-04 15:46:33  cri 
ວັນ​ທີ 3 ສິງ​ຫາ​ນີ້, ທ່ານ​ອາ​ຢາ​ໂຕ​ລາ ເຊ​ເຢັດ ອາ​ລີ ຮາ​ເມ​ເນ​ອີ ຜູ້​ນຳ​ສູງ​ສຸດ​ອີ​ຣານ​ໄດ້​ຮັບ​ຮອງ​ທ່ານ​ຮາ​ຊັນ ຣູ​ຮາ​ນີ ​ເປັນປະ​ທາ​ນາ​ທິ​ບໍ​ດີ​ອີ​ຣານຫຼັງໄດ້​ຮັບ​ເລືອກ​ຕັ້ງ ແລະ​ທ່ານ​ຈະ​ສາ​ບານ​ຕົວ​ຂຶ້ນ​ຮັບ​ຕຳ​ແໜ່ງຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ 5 ເດືອນ​ນີ້.

ລັດ​ຖະ​ທຳ​ມະ​ນູນ​ອີ​ຣານ​ກຳ​ນົດ​ວ່າ ຜູ້​ນຳ​ສູງ​ສຸ​ດ​ອີ​ຣານ​ຕ້ອງ​ລົງ​ນາມ​ໃນ​ໃບ​ແຕ່ງ​ຕັ້ງ​ປະ​ທານາ​ທິ​ບໍ​ດີ​ເພື່ອ​ຮັບ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ​ຄົນ​ໃໝ່​ຢ່າງ​ເປັນ​ທາງ​ການຫຼັງ​​ປະ​ກາດຜົນ​ການ​ເລືອກ​ຕັ້ງ​​ແລະໃນ​ພິ​ທີ​ຮັບ​ຮອງ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 3 ສິງ​ຫາ​ນີ້, ທ່ານ​ຮາ​ເມ​ເນ​ອີ​ໄດ້​ມອບ​ໃບ​ຕັ້ງ​ແຕ່ງ​ໃຫ້​ທ່ານ​ຣູ​ຮາ​ນີ​ຢ່າງ​ເປັນ​ທາງ​ການ​ແລະ​ກ່າວ​ໂດຍຫວັງ​ວ່າ​ປະ​ທາ​ນາ​ທິ​ບໍ​ດີ​ຈະ​ບໍ​ລິ​ຫານ​ປະ​ເທດ​ຢ່າງ​ຍຸ​ຕິ​ທຳ,ໃຫ້​ຄວາມ​ສຳ​ຄັນ​ຕໍ່ກຸ່ມ​ຄົນ​ດ້ອຍ​ໂອ​ກາດ, ເພີ່ມ​ທະ​ວີ​ແລະ​ຮັກ​ສາ​ຄວາມ​ສາ​ມັກ​ຄີ​ແລະ​ກຽດ​ສັກ​ສີຂອງ​ປະ​ເທດ​ຊາດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ