ເມືອງ​ສາງ​ຊ່າ​ແຂວງ​ຫູ​ນານ​ຈັດ​ເທດ​ສະ​ການ​ກຸ້ງ​ມັງ​ກອນ
2017-08-04 15:50:56  cri 

ເມື່ອ​ຄົນ​ຕ່າງ​ປະ​ເທດ​ພົບ​ກັບ​ຊາວ​ເມືອງ​ສາງ​ຊ່າ​ແຂວງ​ຫູ​ນານ​ ສ​ປ ຈີນທີ່​ມັກ​ກິນ​ກຸ້ງ​ມັງ​ກອນ​ນ້ອຍ​ຈະ​ເກີດ​ສິ່ງ​ທີ່​ໜ້າ​ສົນ​ໃຈ​​ໃດ​ຂຶ້ນ​? ຫຼັງຄືນ​ວັນ​ທີ 2 ສິງ​ຫາ​ນີ້, ເມືອງ​ດັ່ງ​ກ່າວ​ໄດ້​ຈັດເທດ​ສະ​ການ​ກຸ້ງ​ມັງ​ກອນ​ຄັ້ງ​ທີ 4 ​ດ້ວຍ​ການ​ແຂ່ງ​ກິນ​ກຸ້ງ​ຢ່າງ​ມ່ວນ​ຊື່ນ​ຄຶກ​ຄື້ນ.

ຢູ່​ສະ​ຖານ​ທີ່​ຈັດ​ພິ​ທີ​ເປີດ​ເທດ​ສະ​ການ​ດັ່ງ​ກ່າວ, ນັກ​ສຶກ​ສາ​ຕ່າງ​ປະ​ເທດ 4 ຄົນ​ໄດ້​ຮ່ວມ​ໂຕະ​ແຂ່ງ​ກິນ​ກຸ້ງ​ກັບ​ຊາວ​ເມືອງ​ສາງ​ຊ່າ​ຜູ້​ກິນ​ເກັ່ງ. ຕາມ​ກະ​ຕິ​ກາ, ຜູ້​ໃດ​ກິນ​ກຸ້ງ​ໄດ້ຫຼາຍ​ທີ່​ສຸດ​ໃນ​ເວ​ລາ​ສັ້ນ​ຈະ​ເປັນ​ຜູ້​ຊະ​ນະ. ຫຼັງ​ການ​ແຂ່ງ​ຂັນ​ຢ່າງ​ດຸ​ເດືອດ, ນັກ​ສຶກ​ສາ​ລາວ​ຜູ້​ໜຶ່ງ​ເປັນ​ຜູ້​ຊະ​ນະໃນ​ທີ່​ສຸດ.  ຝ່າຍ​ເຈົ້າ​ພາບ​ຈັດ​ເທດ​ສະ​ການ​ໃຫ້​ຮູ້​ວ່າ, ຜູ້​ແຂ່ງ​ບໍ່​ພຽງ​ແຕ່​ຕ້ອງ​ມື​ໄວ,ຍິ່ງ​ຕ້ອງ​ຍາດ​ເກັ່ງ​ແລະ​ກິນ​ເຜັດ​ເກັ່ງ​ເພື່ອ​ສຳ​ຜັດ​ກັບ​ກຸ້ງ​ທີ່​ແຕ່ງ​ໃຫ້​ມີ​ລົດ​ແຊບ,ຫອມ,ເຜັດຮຶນ​ຢ່າງ​ເຕັມ​ສ່ວນ​ກິນ​ຈົນ​ນ້ຳ​ຕາ​ ​ຂີ້​ມູກ​ໄຫຼ​ພ້ອມ​ກັນ​ຈິ່ງ​ຖື​ວ່າ​ກິນ​ໃຫ້​ສົມ​ໃຈ​ເອົາ​ແທ້​ເອົາ​ວ່າ.

1  2  3  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ