ສປ ຈີນ ມອບລົດໃຫ້ແກ່ສູນກາງແນວລາວສ້າງຊາດ
2017-08-04 14:06:47  cri 

ໃນວັນທີ 3 ສິງຫາ 2017 ນີ້, ທ່ານ ເຈົ້າ ເຊີງກາງ ທູດທີ່ປຶກສາການເມືອງ ສປ ຈີນ ປະຈໍາ ສປປ ລາວ ​ໄດ້​ຕາງໜ້າການ​ນຳແຂວງຢຸນນານ
ສປ ຈີນ ມອບພາຫະນະຮັບໃຊ້ ຈຳນວນ 4 ຄັນ, ມູນຄ່າ 600.000 ຢວນ ຫລື ປະມານ 620 ລ້ານ​ກີບ ໃຫ້ແກ່ສູນກາງແນວລາວສ້າງຊາດ
ເພື່ອ ຮັບໃຊ້ເຂົ້າໃນວຽກງານປະຈຳວັນ  ​ເຊິ່ງກ່າວຮັບໂດຍທ່ານ ຈັນເພັງ ສຸດທິວົງ ຫົວໜ້າຫ້ອງການສູນ ກາງແນວລາວສ້າງຊາດ
​ແລະ ໃຫ້ກຽດເປັນສັກຂີພິຍານໂດຍທ່ານ ຄໍາໃບ ດໍາລັດ ຮອງປະທານສູນ ກາງແນວລາວສ້າງຊາດ, ມີທ່ານ ຫວັງ ​ເຫວີ​ນທຽນ ​ເອກ​ອັກຄະ
​ລັດ​ຖະ​ທູດ ວິສາມັນ​ຜູ້​ມີອຳນາດ​ເຕັມ ແຫ່ງ ສປ ຈີນ ປະຈໍາ ສປປ ລາວ ແລະ ພາກສ່ວນທີ່ ກ່ຽວຂ້ອງເຂົ້າຮ່ວມ.


ໃນ​ໂອກາດ​ນີ້ ທ່ານ ຄໍາໃບ ດໍາລັດ ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ ຕໍ່​ທ່ານ ຫວັງ ​ເຫວີ​ນທຽນ (Wang Wentian)​ ​  ທີ່ໄດ້ໃຫ້
ການ​ຊ່ວຍ​ເຫລືອພາຫະນະ ໃນຄັ້ງນີ້ ແລະ ໃຫ້ຄໍາໜັ້ນສັນຍາວ່າ ຈະ ເອົາໃຈໃສ່ຄຸ້ມຄອງ ແລະ ນໍາໃຊ້ລົດດັ່ງກ່າວໃຫ້ມີປະ​ໂຫຍ​ດສູງ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ