"ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ເຮັດ​ໃຫ້​ຈີນ​ແລະ​ຕວກ​ກີ​ພັດ​ທະ​ນາ​ຮ່ວມ​ກັນ
2017-08-04 09:47:39  cri 
ວັນ​ທີ 3 ສິງ​ຫາ​ນີ້ ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ, ທ່າ​ນ​ວາງ​ຢີ້ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້ພົບ​ປະ​​ກັບ​ທ່ານ​ເມບ​ລຸດ ກາ​ວູ​ໂຊກ​ລູ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຕວກ​ກີ.

ທ່ານ​ວາງ​ຢີ້​ກ່າວ​ວ່າ, ການ​ຮ່ວມ​ກັນ​ສ້າງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ສອດ​ຄ່​ອງ​ກັບ​ຜົນ​ປະ​ໂຫຍດ​ຮ່ວມ​ຂອງ​ຈີນ​ແລະ​ຕວ​ກ​ກີ​ທີ່​ສຸດ ເຊິ່ງຈີນ​ສະ​ແດງ​ຄວາມ​ຊົມ​ເຊີຍ​​ສູງ​ທີ່​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ເອີ​ໂດ​ກັນ​ມາ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ສຸດຍອດ​ການ​ຮ່ວມ​ມື​ສາ​ກົນ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ທີ່​ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ ແລະ​ຂອບ​ໃຈ​ຕວ​ກ​ກີ​ທີ່​ໄດ້​ປະ​ກອບ​ສ່ວນ​ຕໍ່​ກອງ​ປະ​ຊຸມ​ດັ່ງ​ກ່າວ.

ທ່ານ​ວາງ​ຢີ້​ກ່າວ​ຕື່ມ​ວ່າ, ຕວກ​ກີ​ເປັນ​ຈຸດ​ສຳ​ຄັນ​ໃນ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ມາ​ໂດຍ​ຕະຫຼອດ, ບໍ່​ວ່າ​ໃນ​ປະ​ຫວັດ​ສາດ ຫຼື​​ປັດ​ຈຸ​ບັນ, ບໍ່​ວ່າ​ຢູ່​ທາງ​ບົກຫຼື​ທາງ​ທະ​ເລ. ​ຈາກ​ນີ້​ຈີນ​ຈິ່ງຍິນ​ດີ​ຮ່ວມ​ກັບ​ຕວກ​ກີ, ສົ່ງ​ເສີມ​​ຈິດ​ໃຈ "ເສັ້ນ​ທາງ​ສາຍ​ໄໝ" ບູ​ຮານ ແລະ​ເພີ່ມ​​ຕື່ມເນື້ອ​ໃນ​ຍຸກ​ໃໝ່, ຮ່ວມ​ກັນ​ຂຸດ​ຄົ້ນ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ໃໝ່​ໃນ​ຂະ​ບວນ​ການ​ຮ່ວມ​ກັນ​ຊຸກ​ຍູ້ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ", ເປີດກວ້າງ​​ທິດ​ທາງການ​ຮ່ວມ​ມື​ໃໝ່ ເພື່ອເຮັດ​ໃຫ້​ຈີນ​ແລະ​ຕວກ​ກີ​ຕ່າງ​ຝ່າຍ​ຕ່າງໄດ້​ຮັບ​ຜົນ​ປະ​ໂຫຍດ​ ແລະ​ບັນ​ລຸ​ການ​ພັດ​ທະ​ນາ​ຮ່ວມ​ກັນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ