ປາ​ແລ​ສ​ຕິນ​​ປະ​ນາມ​ນາ​ຍົກ​ອິດ​ສ​ລາ​ແອນ​ວາງ​ສີ​ລາ​ລືກ​ສ້າງ​ຈຸດ​ຕັ້ງ​ຖິ່ນ​ຖານ​ໃໝ່​ຂອງ​ຊາວ​ຢິວ
2017-08-04 14:24:39  cri 
ເຈົ້າ​ໜ້າ​ທີ່​ທຳ​ນຽບ​ປະ​ທາ​ນາ​ທິ​ບໍ​ດີ​ປາ​ແລ​ສ​ຕິນ​ອອກ​ຖະ​ແຫຼງ​ການ ໂດຍ​ປະ​ນາມ​ທ່ານ​ເບນ​ຈາ​ມິນ ເນ​ຕັນ​ຢາ​ຮູ ນາ​ຍົກ​ລັດ​ຖ​ະ​ມົນ​ຕີ​ອິ​ສ​ລາ​ແອນ​ທີ່​ເຂົ້າ​ຮ່ວມວາງ​ສີ​ລາ​ລືກ​ໃຫ້​ແກ່​​ການ​ສ້າງ​ຈຸດ​ຕັ້ງ​ຖິ່ນ​ຖານ​ຊາວ​ຢິວ​ຢູ່​ຝັ່ງ​ຕາ​ເວັນ​ຕົກ​ແມ່​ນ້ຳ​ຈໍ​ແດນ​ໃນ​ວັນ​ທີ 3 ສິງ​ຫາ​ນີ້ ໂດຍ​ເນັ້ນ​ວ່າ ການ​ກະ​ທຳ​ດັ່ງ​ກ່າວ​ຈະ​ທຳ​ລາຍ "ແຜນ​ການ​ສ້າງ​ສອງ​ປະ​ເທດ" ແລະ​ຮຽກ​ຮ້ອງ​ໃຫ້​ອາ​ເມ​ລິ​ກາ​ເຂົ້າ​ໄກ່​ເກ່ຍ ເພື່ອ​ສະ​ກັດ​ກັ້ນ​ການ​ຂະ​ຫຍາຍ​ຈຸດ​ຕັ້ງ​ຖິ່ນ​ຖານ​ຂອງ​ຊາວ​ຢິວ​ຢູ່​ດິນ​ແດນ​ປາ​ແລ​ສ​ຕິນ​ທີ່​ອິ​ສ​ລາ​ແອນ​ຍຶດ​ຄອງ.

ສື່ມວນ​ຊົນ​ລາຍ​ງານ​ວ່າ, ລັດ​ຖະ​ບານ​ອິ​ສ​ລາ​ແອນ​ກຽມ​ຈະ​ສ້າງ​ອາ​ພາດ​ເມັນ 1000 ກວ່າ​ຊຸດ​ຢູ່​ເມືອງ​ໄບ​ຕາ ອີ​ລິດ ຈຸດ​ຕັ້ງ​ຖິ່ນ​ຖານ​ຊາວ​ຢິວ​ໃຫຍ່​ອັນ​ດັບ​ 2 ຢູ່​ຝັ່ງ​ຕາ​ເວັນ​ຕົກ​ແມ່​ນ້ຳ​ຈໍ​ແດນ ແລະ​ໃນ​ໂອ​ກາດທ່ານ​ເນ​ຕັນ​ຢາ​ຮູ​​ເຂົ້າ​ຮ່ວມ​ພິ​ທີ​ວາງ​ສີ​ລາ​ລືກ​​ໂຄງ​ການ​ດັ່ງ​ກ່າວ​ໃນ​ວັນ​ທີ 3 ສິ​ງ​ຫາ​ນັ້ນ ທ່ານ​ໄດ້​ກ່າວ​ວ່າ ຈະ​ບໍ່​ມີ​ລັດ​ຖະ​ບານ​ຊຸດ​ໃດ​ໄດ້​ປະ​ກອບ​ສ່ວນຂະ​ຫຍາຍ​ຈຸດ​ຕັ້ງ​ຖິ່ນ​ຖານຫຼາຍກວ່າ​ລັດ​ຖະ​ບານ​ຕົນ ຢູ່​​ດິນ​ແດນ​ອິ​ສ​ລາ​ແອນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ