ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ອາ​ຊຽນ​ຄັ້ງ​ທີ50ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ມາ​ນີ​ລາ​ປະ​ເທດ​ຟິ​ລິບ​ປິນ
2017-08-05 15:10:01  cri 
ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ອາ​ຊຽນ​ຄັ້ງ​ທີ50ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ມາ​ນີ​ລາ​ປະ​ເທດ​ຟິ​ລິບ​ປິນ​ໃນ​ວັນ​ທີ5ສິງ​ຫາ​ນີ້. ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຂອງ​ບັນ​ດາ​ປະ​ເທດໃນ​ອາ​ຊຽນ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຂອງປາ​ປົວ​ນິວ​ກີ​ເນ, ສະ​ວິ​ສ, ຕີ​ມໍ​ເລັ​ສ​ເຕ, ຕວກ​ກີ​ແລະ​ເຈົ້າ​ໜ້າ​ທີ່​ອື່ນໆ​ໄດ້​ເຂົ້າ​ຮ່ວມ​ພິ​ທີ​ເປີດກອງ​ປະ​ຊຸມ.

​ໃນ​ເວ​ລາ​ປະ​ກອບ​ຄຳ​ເຫັນ​ໃນ​ພິ​ທີ​ເປີດ, ທ່ານ​ອາ​ລັນ ກາ​ເຢ​ຕາ​ໂນ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຟິ​ລິບ​ປິນ ປະ​ເທດ​ປະ​ທານ​ໝູນ​ວຽນ​ຂອງ​ອາ​ຊຽນ​ໄດ້​ແນະ​ນຳ​ ​ທີ່​ມາ​ການ​ສ້າງ​ຕັ້ງ ແລ​ະ​ເປົ້າ​ໝາຍ​ການ​ພັດ​ທະ​ນາ​ຂອງ​ອາ​ຊຽນ. ທ່ານ​ກ່າວ​ວ່າ, ອາ​ຊຽນ​ພວມ​ອອກ​ແຮງ​ເພີ່ມ​ທະ​ວີ​ການ​ສົນ​ທະ​ນາ​ແລະ​ການ​ຮ່ວມ​ມື​ກັບ​ປະ​ເທດ​ສຳ​ຄັ​ນ​ຕ່າງ​ໆໃນ​ໂລກ ເຊິ່ງ​ລວມ​ທັງ ຈີນ, ອາ​ເມ​ລິ​ກາ ແລະ​ກາ​ນາ​ດາ​ເປັນ​ຕົ້ນ ພ້ອມ​ດ້ວຍ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ຕ່າງໆ; ຖ້າ​ຖື​ອາ​ຊ​ຽນ​ເປັນ​ກຸ່​ມ​ເສດ​ຖະ​ກິດ​​ອິດ​ສະຫຼະ, ​ປັດ​ຈຸ​ບັນຈັງ​ຫວະ​ເຕີບ​ໂຕ​ດ້ານGDPພຽງ​ແຕ່​​ຮອງ​ຈາກ​ຈີ​ນ​ແລະ​ອິນ​ເດຍ​ເທົ່າ​ນັ້ນ; ກົນ​ໄກ​ປະ​ສານ​ງານວຽກ​ງານ​ພາຍ​ໃນ​ອາ​ຊຽນ​ກໍ​ນັບ​ມື້​ນັບ​ສົມ​ບູນ​ຂຶ້ນ, ຄວາມ​ສາ​ມາດ​ໃນ​ການ​ແກ້​ໄຂ​ບັນ​ຫາ​ກໍ​ດີ​ຂຶ້ນ​ເປັນ​ກ້າວໆ.

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຂອງ​ປະ​ເທດ​ຕ່າງໆ​ທີ່​ເຂົ້າ​ຮ່ວມ​ກອ​ງ​ປະ​ຊຸມ​ຈະ​ແລກ​ປ່ຽນ​ຄຳ​ຄິດ​ຄຳ​ເຫັນ​ກ່ຽວ​ກັບ​ຫົວ​ຂໍ້​ສຳ​ຄັນ​ໃນ​ສາ​ກົນ​ແລະ​ພາກ​ພື້ນ ກໍ​ຄື​ຫົວ​ຂໍ້​ອື່ນໆ​ທີ່​ສົນ​ໃຈ​ຮ່ວມ​ກັນ, ໂດຍ​ສະ​ເພາະ​ແມ່ນ​ບັນ​ຫາ​ຄວາມ​ໝັ້ນ​ຄົງ ​ແລະການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຂອງ​ພາກ​ພື້ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ