ວັນທີ 5 ສິງຫານີ້, ສະພາຄວາມໝັ້ນຄົງອົງການສະຫະປະຊາຊາດໄດ້ຮ່ວມກັນຮັບຮອງມະຕິເລກ 2371 ກ່ຽວກັບການຂວ້ຳບາດຕໍ່ ສປປ ເກົາຫຼີ, ໂດຍໄດ້ກ່າວປະນາມຢ່າງຮຸນແຮງຕໍ່ ສປປ ເກົາຫຼີທີ່ທົດລອງຍິງຂີປະນາວຸດໃນວັນທີ 4 ແລະວັນທີ 28 ກໍລະກົດຜ່ານມາ, ຮຽກຮ້ອງໃຫ້ ສປປ ເກົາຫຼີປະຖິ້ມແຜນການອາວຸດນິວເຄຼຍແລະຂີປະນາວຸດ, ແລະຕົກລົງປະຕິບັດມາດຕະການຂວ້ຳບາດທີ່ເຂັ້ນງວດກວ່າເກົ່າຕໍ່ ສປປ ເກົາຫຼີ.
ມະຕິດັ່ງກ່າວແມ່ນອາເມລິກາຍື່ນໃຫ້ສະພາຄວາມໝັ້ນຄົງອົງການສະຫະປະຊາຊາດໃນວັນທີ 4 ສິງຫານີ້ແລະໄດ້ຮັບຄວາມເຫັນພ້ອມຈາກ 15 ສະມາຊິກຂອງສະພາຄວາມໝັ້ນຄົງຢ່າງເປັນເອກະພາບກັນ. ມາດຕະການຂວ້ຳບາດສະບັບໃໝ່ໄດ້ແນໃສ່ 4 ຂະແໜງການສົ່ງອອກຂອງ ສປປ ເກົາຫຼີຄື: ຖ່ານຫີນ, ເຫຼັກແລະແຮ່ເຫຼັກ, ຊືນແລະແຮ່ຊືນ, ແລະຜະລິດພັນທະເລ. ນອກຈາກນັ້ນ, ມະຕິດັ່ງກ່າວຍັງຫ້າມບໍ່ໃຫ້ປະເທດຕ່າງໆຮັບຈ້າງແຮງງານໃໝ່ຈາກ ສປປ ເກົາຫຼີ. ອີງຕາມມະຕິດັ່ງກ່າວ, ມາດຕະການຂວ້ຳບາດໃໝ່ຈະສົ່ງຜົນເຮັດໃຫ້ ສປປ ເກົາຫຼີຫຼຸດລາຍຮັບຈາກຕ່າງປະເທດຢ່າງໜ້ອຍ 1 ຕື້ໂດລາຕໍ່ປີ, ກວມ 1 ສ່ວນ 3 ຂອງຍອດລາຍຮັບການຕ່າງປະເທດຂອງປະເທດດັ່ງກ່າວ.
ມະຕິດັ່ງກ່າວກ່າວຢ້ຳວ່າສະໜັບສະໜູນເປີດການເຈລະຈາ 6 ຝ່າຍຄືນໃໝ່ແລະບັນລຸແຫຼມເກົາຫຼີປອດອາວຸດນິວເຄຼຍໂດຍຜ່ານສັນຕິວິທີ.