ໄຂ​ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ອາ​ຊຽນ​ຄັ້ງ​ທີ 50 ຢ່າງ​ເປັນ​ທາງ​ການ
2017-08-06 16:25:29  cri 

ຕາມ​ຂ່າວ CRI: ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ອາ​ຊຽນ​ຄັ້ງ​ທີ 50 ໄດ້​ໄຂ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ມະ​ນີ​ລາ ປະ​ເທດ​ຟີ​ລິບ​ປີນຢ່າງ​ເປັນ​ທາງ​ການ​ໃນ​ຕອນ​ເຊົ້າ​ວັນ​ທີ 5 ສິງ​ຫາ​ນີ້, ລັດ​ຖະ​ມົ​ນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຂອງ 10 ປະ​ເທດ​ອາ​ຊຽນ​ຮ່ວມ​ກັນ​ເຂົ້າ​ຮ່ວມ​ພິ​ທີ​ໄຂ​ປະ​ຊຸມ. ໂດຍ​ເນັ້ນ​ຫົວ​ຂໍ້​ວ່າ "ກອບ​ການ​ປ່ຽນ​ແປງ​ໃໝ່​ແລະ​ເຊື່ອມ​ໂຍງ​ເຂົ້າ​ສູ່ໂລກ". ລົດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ບັນ​ດາ​ທ່ານ​ທີ່​ຮ່ວມ​ປະ​ຊຸມ​​ໄດ້ຮ່ວມ​ກັນ​ຫວນ​ຄືນ​ຂະ​ບວນ​ການ​ກໍ່​ສ້າງ​ປະ​ຊາ​ຄົມ​ອາ​ຊຽນ​ແລະ​ທິດ​ທາງ​ພັດ​ທະ​ນາ​ໃນ​ອະ​ນາ​ຄົດ, ແລະ​ໄດ້​ແລກ​ປ່ຽນ​ຄວາມ​ເຫັນ​ກ່ຽວ​ກັບ​ບັນ​ຫາ​ພາກ​ພື້ນ​ແລະ​ສາ​ກົນ​ທີ່​​ສົນ​ໃຈ​ຮ່ວມ​ກັນ.

ປີ 2017 ແມ່ນ​ອາ​ຊຽນ​ສ້າງ​ຕັ້ງ​ຂຶ້ນ​ຄົບ​ຮອບ 50 ປີ, ໃນ​ໂອ​ກາດ​ກ່າວ​ປາ​ໄສ​ໃນ​ພິ​ທີ​ໄຂ​ກອງ​ປະ​ຊຸມ, ທ່ານ​ອາ​ລັນ ປີ​ເຕີ ຄາ​ເຢ​ທະ​ໂນ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຟີ​ລິບ​ປີນທີ່​ເປັນ​ປະ​ເທດ​ປະ​ທານ​ໝູນ​ວຽນ​ຂອງ​ອາ​ຊຽນ​ໄດ້​ທົບ​ທວນ​ຄືນ​ປະ​ຫວັດ​ສາດ​ຂອງ​ອາ​ຊຽນ​ແລະ​ໄດ້​ກ່າວ​ຢ້ຳ​ຄວາມ​ຕັ​ດ​ສິນ​ໃຈ​​ຂອ​ງ​ອາ​ຊຽນ​ກ່ຽວ​ກັບ​ການ​ຮັກ​ສາ​ຄວາມ​ສະ​ຫງົບ​ແລະ​ຄວາມ​ຈະ​ເລີນ​ຮຸ່ນ​ເຮືອງ​ຂອງ​ພາກ​ພື້ນ​.

ຫຼັງ​ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ອາ​ຊຽນ​ສິ້ນ​ສຸດ​ລົງ, ເລີ່ມ​ແຕ່​ວັນ​ທີ 6 ສິງ​ຫາ​ນີ້, ຈະ​ຈັດ​ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​​ກະ​ຊວງການ​ຕ່າງ​ປະ​ເທດ​ຈີນ-ອາ​ຊຽນ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ຊຽນ ຈີນ ຍີ່​ປຸ່ນ​ແລະ​ສ​ເກົາ​ຫຼີ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຂອງກອງ​ປະ​ຊຸມ​ສຸດຍອດ​ອາ​ຊີ​ຕາ​ເວັນ​ອອກ​, ​ກອງ​ປະ​ຊຸມລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຂອງ​ເວ​ທີ​ປຶກ​ສາ​ຫາ​ລື​ອາ​ຊຽນ​ແລະ​ກອງ​ປະ​ຊຸມ​ອື່ນໆ​​ໂດຍ​ທ່ານ​ຫວາງ​ຢີ້ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ຈະ​ເຂົ້າ​ຮ່ວມ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ