ທູດ​ພິ​ເສດ​ຂອງ​ທ່ານ​ສີ​ຈິ້ນ​ຜິງ​ເຂົ້າ​ຮ່ວມ​ພິ​ທີສາ​ບານ​ຕົວ​ຂຶ້ນ​ຮັບ​ຕຳ​ແໜ່ງ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ອີ​ຣານ
2017-08-07 10:00:34  cri 
ວັນ​ທີ 6 ສິງ​ຫາ​ນີ້, ທ່ານ​ເຫີ​ລີ້ເຟິ່ງ ​ປະ​ທານຄະ​ນະ​ກຳ​ມະ​ການ​​ພັດ​ທະ​ນາ​ແລະ​ປະ​ຕິ​ຮູບ​ແຫ່ງ​ລັດ​ຈີນ, ທູດ​ພິ​ເສດ​ຂອງ​ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ເຂົ້າ​ຢ້ຽມ​ຄຳ​ນັບ​ທ່ານ​ຮາ​ຊັນ ຣູ​ຮາ​ນີ ປະ​ທາ​ນາ​ທິ​ບໍ​ດີ​ອີ​ຣານທີ່​ທຳ​ນຽບ​ປະ​ທາ​ນາ​ທິ​ບໍ​ດີ.

ໂອ​ກາ​ດັ່ງ​ກ່າວ, ທ່ານ​ເຫີ​ລີ້ເຟິ່ງ​ໄດ້​ນຳ​ເອົາ​ຄວາມ​ຊົມ​ເຊີຍ​ຂອງ​ທ່ານ​ປະ​ທານ​ສີ​ຈິ້ນ​ຜິງຫຼັງທ່ານ​ຣູ​ຮາ​ນີໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ​ອີກວາ​ລະ​ໜຶ່ງ​ໂດຍ​ຢືນ​ຢັນ​ວ່າ ຈີນ​ຍິນ​ດີ​ຮັກ​ສາ​ການ​ໄປ​ມາ​ຫ​າ​ສູ່​ກັນ​ກັບ​ການ​ນຳ​ຂັ້ນ​ສູງ​ຂອງ​ອີ​ຣານ, ລົງ​ເລິກ​ການ​ຮ່ວມ​ມື​ສອງ​ຝ່າຍ​ທີ່​ແທດ​ເໝາະ​ກັບ​ຕົວ​ຈິງພາຍ​ໃຕ້​ຂອບ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ", ເພີ່ມ​ທະ​ວີ​ການ​ສະ​ໜັບສະ​ໜູນ​ ໃນ​ບັ​ນ​ຫາ​ທີ່​ກ່ຽວ​ພັນ​ເຖິງ​ຜົນ​ປະ​ໂຫຍດ​ໃຈ​ກາງ​ຂອງ​ກັນ​ແລະ​ກັນ ພ້ອມ​ທັງ​ຕິດ​ຕໍ່​ພົວ​ພັນແລະ​ປະ​ສານ​ສົມ​ທົບ​ກັນ​ໃນ​ວຽກ​ງານ​ສາ​ກົນ​ແລະ​ພາກ​ພື້ນ​ເພື່ອ​ເສີມ​ສ້າງ​ສາຍ​ພົວ​ພັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ຮອບ​ດ້ານ​ຈີ​ນ-ອີ​ຣານ​ໃຫ້​ອຸ​ດົມ​ສົມ​ບູນ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ.

ທ່ານ​ຣູ​ຮາ​ນີ​ຂອ​ບ​ໃຈ​ຕໍ່​ທ່ານ​ປະ​ທານ​ສີ​ຈິ້ນ​ຜິງ​ທີ່​ໄດ້​ແຕ່ງ​ຕັ້ງ​ທູດ​ພິ​ເສດ​ມາ​ເຂົ້າ​ຮ່ວມ​ພິ​ທີ​ສາ​ບານ​ຕົວ​ຂຶ້ນ​ຮັບ​ຕຳ​ແໜ່ງ​ຂອງ​ຕົນ​ທັງ​ຢືນ​ຢັນ​ວ່າ  ອີ​ຣານ​ໃຫ້​ຄວາມ​ສຳ​ຄັນ​ສູງ​ຕໍ່​ການ​ເສີມ​ຂະ​ຫຍາຍ​ສາຍ​ພົວ​ພັນ​ອີ​ຣານ-ຈີນ ແລະ​ຖື​ຈີນ​ເປັນ​ທິດ​ທາງ​ບູ​ລິ​ມະ​ສິດ​ໃນນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ຂອງ​ປະ​ເທດ​ຕົ​ນ​ມາ​ໂດຍ​ຕະຫຼອດ. ຂະ​ນະ​ດຽວ​ກັນ​ກໍຍິນ​ດີ​ຮ່ວມ​ກັບ​ຈີນ​ເຊື່ອມ​ຕໍ່​ຂໍ້​ລິ​ເລີ່ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ",ຊຸກ​ຍູ້​ການ​ຮ່ວມ​ມື​ຮອບ​ດ້ານ​ທີ່​ແທດ​ເໝາະ​ກັບ​ຕົວ​ຈິງ​ໃນ​ຂົງ​ເຂດ​ຕ່າງໆ​ລ​ະ​ຫວ່າງ​ສອງ​ປະ​ເທດ​ໃຫ້​ມີ​ຄຸນ​ນະ​ພາບ​ແລະ​ປະ​ສິດ​ທິ​ພາບ​ສູງ​ຂຶ້ນ​ເພື່ອສ້າງ​ຄວາມ​ສົມ​ບູນ​ພູນ​ສຸກ​ໃຫ້​ປະ​ຊາ​ຊົນ​ສອງ​ຊາດຫຼາຍ​ຂຶ້ນກວ່າ​ເກົ່າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ