ພັນ​ຄົນ​ກິນ​ເຂົ້າລວມ​ມິດ​ຮ່ວມ​
2017-08-07 16:43:57  cri 

ເທດ​ສະ​ການ​ອາ​ຫານ 2017 ໄດ້​ຈັດ​ຂຶ້ນ​ຢ່າງ​ເປັນ​ທາງ​ການ​ຢູ່​ເມືອງ​ຢຽນ​ຈີ ແຂວງ​ຈີ​ລິນ ສ​ປ ຈີນ​ໃນ​ວັນ​ທີ 6 ສິງ​ຫາ​ນີ້​ໂດຍ​ຢູ່​ສະ​ຖານ​ທີ່​ຈັດ​ກິດ​ຈະ​ກຳ​ດັ່ງ​ກ່າວ​ໄດ້​ຕັ້ງ​ໝໍ້ຫຸງເຂົ້າ​ລວມ​ມິດເຜົ່າ​ເກົາຫຼີ​ທີ່​ເຮັດ​ດ້ວຍ​ໄມ້​ຂະ​ໜາດ​ເສັ້ນ​ຜ່າ​ສູນ​ກາງ​ເຖິງ 3 ແມັດ.

ເຄື່ອງ​ເໝືອດ​ໃນ​ການ​​ຫຸງ​ເຂົ້າ​​ລວມ​ມິດດັ່ງ​ກ່າວ​ປະ​ກອບ​ມີຜັກເປີ​ເຊີຍ,ຖົ່ວ​ງອກ,ຫົວ​ກາ​ລົດ,ໝາກ​ແຕງ,ເກົາ​ກີ້,ໝາກ​ງາ​ດຳ​ແລະ​ອື່ນໆ​​ທີ່​ມີ​ເຖິງ 36 ຊະ​ນິດ​ແລະ​ເຂົ້າ​ສານ 100 ກິ​ໂລ​ໂດຍ​ພໍ່​ຄົວຫຼາຍ​ສິບ​ຄົນ​ໃຊ້​ເວ​ລາ 10 ກວ່າ​ຊົ່ວ​ໂມງ​ຈິ່ງ​ປຸງ​ແຕ່ງ​ສຳ​ເລັດ ເຊິ່ງ​ເຂົ້າ​ໃນ​ໝໍ້​ໃຫຍ່​ດັ່ງ​ກ່າວ​ສ​າ​ມາດ​ໃຫ້ 1000 ຄົນ​ກິນ​ນຳ​ກັນໄດ້.

1  2  3  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ