ຢູ່​ລາວ​ມີ 5.000 ກວ່າຄົນ​ເປັນ​​ໄຂ້​ເລືອດ​ອອກ
2017-08-07 11:09:45  cri 

ກະຊວງ​ສາທາລະນະ​ສຸກ​ລາວເປີດ​ເຜີຍ​ຂໍ້​ມູນຫຼ້າສຸດ​ໃນ​ວັນ​ທີ 5 ສິງຫາ​ນີ້ວ່າ: ປີ​ນີ້ ຢູ່​ປະ​ເທດ​ຕົນໄດ້​ພົບ​ຜູ້​ເປັນ​ໄຂ້​ເລືອດອອກ​ແລ້ວ 5.000 ກວ່າ​ຄົນ​ ​ໃນ​ນີ້​ມີ 7 ຄົນ​ເສຍ​ຊີວິດ.

ທັງ​ນີ້, ກະຊວງສາທາລະນະ​ສຸກ​ລາວ​ໄດ້​ເປີດ​ເຜີຍ​ວ່າ: ​ເມື່ອ​ກ້າວ​ເຂົ້າສູ່​ເດືອນ​ກໍລະກົດ​ ກໍ​ມີ​ຜູ້​ເປັນພະຍາດ​ດັ່ງກ່າວ​​ເພີ່ມ​ຂຶ້ນ​ໃນ​ລະດັບສູງ​ສຸດ ​ໂດຍໃນ 6​ ເດືອນຕົ້ນປີ​ນີ້, ຜູ້​ເປັນ​ພະຍາດ​ໄຂ້​ເລືອດ​ອອກ​ມີ​ປະມານ 3.000 ຄົນ, ​ແຕ່​ພຽງ​ແຕ່ 3 ອາທິດ​ຂອງ​ເດືອນ​ກໍລະກົດ​ຜ່ານ​ມາ, ກໍ​ໄດ້​ເພີ່ມ​ຂຶ້ນ​ເກືອບ 2.000 ຄົນ ​ໂດຍ​ຢູ່​ນະຄອນຫຼວງວຽງ​ຈັນ​ແຜ່​ລະບາດ​ຮ້າຍ​ແຮງ​ທີ່​ສຸດ.

ທ່ານ​ທອງ​ລຸນ ສີ​ສຸ​ລິດ ນາຍົກລັດຖະມົນຕີລາວ ​ໄດ້​ອອກດຳລັດ ​ໂດຍ​ແນະນຳ​ໃຫ້​ກະຊວງ​ສາທາລະນະ​ສຸກ ​ແລະ ພາກສ່ວນ​ອື່ນໆ​ທີ່​ກ່ຽວຂ້ອງ​ນຳ​ໃຊ້​ມາດ​ຕະການ​ປ້ອງ​ກັນ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ, ຂະນະ​ທີ່​ກະຊວງ​ສາທາລະນະ​ສຸກ​ລາວ ກໍ​​ແນ​ນະ​ນຳ​ປະຊາຊົນ​ເອົາ​ໃຈ​ໃສ່ການ​​ປ້ອງ​ກັນ​ພະຍາດ​ໄຂ້​ເລືອດ​ອອກ ​ເປັນຕົ້ນ ຂວ້ຳ​ພາຊະນະ​ທີ່​ຂັງ​ນ້ຳ​ທັງຢູ່​ນອກ​​ແລະ​ໃນເຮືອນ​ໃຫ້​ດີ, ທຳ​ຄວາມ​ສະອາດພາຊະນະບັນຈຸ​ນ້ຳ​, ລ້ຽງ​ປານົກ​ຍູງ​ຢູ່​ໃນອ່າງ ຫຼື ​ໄຫ ​ແລະ ສະ​ນ້ຳ ທີ່​ອາດ​ຈະ​ເປັນ​ບ່ອນຂະຫຍາຍ​ພັນ​ຍຸງ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ