ລັດຖະມົນຕີ​ຕ່າງປະ​ເທດ​ຈີນ​ພົບ​ປະ​ກັບ​ຄູ່​ຕຳ​ແໜ່​ງຣັດ​ເຊຍ
2017-08-07 11:11:31  cri 

ວັນ​ທີ 6 ສິງຫາ​ນີ້, ທ່ານ​ຫວາງ​ຢີ້ ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຈີນ ​ໄດ້​ພົບ​ປະ​ກັບ​ທ່ານ​ເຊີ​ເກ ລາວຼົຟ ລັດ​ຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດຣັດ​ເຊຍ ຂະນະ​ເຂົ້າຮ່ວມ​ບັນດາກອງ​ປະຊຸມລັດຖະມົນຕີ​ການ​ຕ່າງປະ​ເທດ​ຂອງ​ການ​ຮ່ວມ​ມື​ອາຊີ​ຕາ​ເວັນ​ອອກ.

ທ່ານ​ຫວາງ​ຢີ້ ກ່າວ​ວ່າ: ສາຍ​ພົວພັນ​ລະຫວ່າງ​ຈີນ​ແລະຣັດ​ເຊຍ​ໄດ້​ພັດທະນາ​ເປັນ​ຢ່າງ​ດີ ​​ໂດຍໃນ​ເດືອນ​ກໍລະກົດ​ຜ່ານ​ມາ, ​ທ່ານ​ສີ​ຈິ້ນ​ຜິ​ງ ປະທານ​ປະ​ເທດ​ຈີນ​ໄດ້​ຢ້ຽມຢາມ​ຣັດ​ເຊຍ​ທາງ​ລັດຖະກິດຢ່າງ​ປະສົບຜົນສຳ​ເລັດ​ອັນ​ຈົບງາມ ​ແລະ​ໄດ້​ຮັບ​ໝາກຜົນ​ເປັນປະຫວັດສາດ ​ເຊິ່ງບໍ່​ພຽງ​ແຕ່​ໄດ້​ຊຸກຍູ້​ການ​ຮ່ວມ​ມື​ທາງ​ຍຸດ​ທະ​ສາດ​ລະຫວ່າງ​ສອງ​ປະ​ເທດ​ເຂົ້າສູ່​ລວງ​ເລິກ​ເທົ່າ​ນັ້ນ, ​ແຕ່​ຍັງ​ໄດ້ເປັນ​ເອກະ​ພາບ​ຮຽກຮ້ອງ​ໃຫ້​ຊຸກຍູ້​ສ້າງສັນຕິພາບ ​ແລະ ສະຖຽນ​ລະ​ພາບ​​ໃນສາກົນ​ອີກ​ດ້ວຍ. ຈີນ​ຍິນ​ດີ​ປະສານ​ສົມທົບ​ກັບຣັດ​ເຊຍ​ຢ່າງ​ແໜ້ນ​ແຟ້ນ ​ເພື່ອ​ກະກຽມ​ຄວາມ​ພ້ອມ​ໃຫ້​ແກ່​ການ​ພົບ​ປະ​ອື່ນໆ ຂອງ​ປະມຸກ​ລັດ​ສອງ​ປະ​ເທດ ​ແລະ ​ເພີ່ມ​ທະວີການ​ຮ່ວມ​ມື​ໃນ​ຂອບ​ປະ​ເທດ​ບຣິກສ໌.

ທ່ານ​ລາວຼົຟ ​ເຫັນ​ດີ​ຕໍ່​ການ​ຕີ​ລາຄາ​ສູງຕໍ່​ສາຍ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ຂອງ​ທ່ານ​ຫວາງ​ຢີ້ ​ແລະ​ກ່າວ​ວ່າ: ປະມຸກ​ລັດ​ສອງ​ປະ​ເທດ​ມີ​ການ​ພົວພັນຢ່າງ​ສະໜິດ​ແໜ້ນ ​ແລະທ່ານ​ປະທານາທິບໍດີ​ວະ​ລາ​ດີ​ເມຍ ປູ​ຕິນ ກໍ​ຈະ​ເດີນ​ທາງ​​ເຂົ້າຮ່ວມ​ກອງ​ປະຊຸມ​ພົບ​ປະລະ​ຫວ່າງ​ຜູ້ນຳ​ປະ​ເທດ​ບຣິກສ໌ທີ່​ຈະ​ຈັດ​ຂຶ້ນຢູ່​ເມືອງ​ເຊ້ຍ​ເໝິນ ສປ ຈີນ​ໃນ​ເດືອນກັນຍາ​ໜ້າ​ນີ້, ຂະນະ​ທີ່ຣັດ​ເຊຍ​ຈະ​ພະຍາຍາມ​ສະໜັບສະໜູນ​ການ​ຈັດ​ກອງ​ປະຊຸມ​ດັ່ງກ່າວ​ໃຫ້​ປະສົບ​ຜົນສຳ​ເລັດ​ຢ່າງ​ຈົບງາມ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ