ປິດບໍລິການການແພດໃນ​ໂຄງ​ການຂະບວນລົດໄຟສັນຕິພາບ 2017 ລາວ-ຈີນ
2017-08-07 11:13:01  cri 

ຕອນເຊົ້າວັນທີ 6 ສິງຫານີ້, ໂຮງໝໍ 103 ນະຄອນຫຼວງວຽງຈັນ ໄດ້ຈັດພິທີປິດບໍລິການການແພດ ໃນ​ໂຄງ​ການຂະບວນລົດໄຟສັນຕິພາບ 2017 ລາວ-ຈີນ ໂດຍທ່ານ ພົ.ວ ຄຳເພັດ ສີຊານົນ ຮອງກົມໃຫຍ່ພະລາທິການກອງທັບປະຊາຊົນລາວ, ທ່ານ ພົນຕີ ຫຼີວຕ້ຽນຫຼົງ ຮອງກົມເສນາຮັກ ກົມຮັບປະກັນພະລາທິການ ຄະນະກຳມະການທະຫານສູນກາງ ພ້ອມດ້ວຍແພດລາວ ແລະ ຈີນເຂົ້າຮ່ວມ.

ການປະຕິບັດໜ້າທີ່ຂອງຄະນະທີມງານຝ່າຍຈີນໃນຄັ້ງນີ້ ​ປະ​ສົບຜົນສໍາເລັດຢ່າງຈົບງາມ ແລະ ມີປະສິດທິພາບສູງ ເຊິ່ງສ້າງຄວາມພໍໃຈ ແລະ ປະທັບໃຈໃຫ້ແກ່ລາວ ​ແລະ​ໃນການປະ​ຕິ​ບັດກິດຈະກຳ ຮ່ວມກັນ ນອກຈາກຈະໄດ້ຮຽນຮູ້ວິຊາສະເພາະ ແລະ ວິຊາການນໍາກັນແລ້ວ, ນັກວິຊາການສອງຝ່າຍລາວ-ຈີນ ຍັງໄດ້ຮັດແໜ້ນຄວາມສາມັກຄີຖານສະຫາຍອ້າຍນ້ອງຮ່ວມອຸດົມການດຽວກັນ ແລະ ໄດ້ເຮັດໃຫ້ສອງຝ່າຍເຂົ້າອົກເຂົ້າໃຈ​ ແລະສະໜິດສະໜົມກັນຂຶ້ນກວ່າເກົ່າ ດ້ວຍການແຂ່ງຂັນກິລາ, ຈັດງານລ້ຽງສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປົດປ່ອຍປະຊາຊົນຈີນ ຄົບຮອບ 90 ປີ ແລະ ສິ່ງສຳຄັນ ເຮັດໃຫ້ການນຳກະຊວງປ້ອງກັນປະເທດລາວ ພໍໃຈຕໍ່ການປະຕິບັດໜ້າທີ່ອັນມີກຽດຂອງທີມງານຈີນໃນການກວດ ແລະ ປິ່ນປົວສຸຂະພາບໃຫ້ແກ່ພະນັກງານ, ນັກຮົບ ແລະ ປະຊາຊົນລາວ. ຄະນະທີມງານຈີນນອກຈາກກວດສຸຂະພາບປະຈຳຢູ່ໂຮງໝໍ 103 ແລ້ວ ຍັງໄດ້ລົງກວດສຸຂະພາບ​ຢູ່ບັນດາກົມກອງຂອງລາວເຊັ່ນ: ຈໍ11, ຈໍ497 ແລະ ຈໍ279 ​ລວມ​ທັງ​ໄດ້ສັງເກດການຜ່າຕັດຕົວຈິງຢູ່ໂຮງໝໍ 103 ພ້ອມ​ທັງຊີ້ນຳແພດໝໍລາວ ​ທັງ​ໝົດນີ້ສະແດງໃຫ້ເຫັນເຖິງ​ຄວາມ​ເປັນມິດສະຫາຍຈີນທີ່ຕ້ອງ​ການຊ່ວຍຍົກລະດັບຄວາມຮູ້ການແພດໃຫ້ລາວ. ຂ່າວແຈ້ງວ່າ, ໃນການບໍລິການເກືອບ 2 ອາທິດຜ່ານມາ, ຄະນະທີມງານຈີນໄດ້ປິ່ນປົວນາຍແລະພົນທະຫານ 3627 ເທື່ອຄົນ ແລະ ປະຊາຊົນ 2477 ເທື່ອຄົນ, ໄດ້ຜ່າຕັດຄົນເຈັບ 16 ກໍລະນີ, ແຈກຢາຍຢາຊະນິດຕ່າງໆ 2 ໝື່ນກວ່າກັບ ​ທັງໄດ້ມອບອຸປະກອນການແພດທີ່ທັນສະໄໝ 2 ພັນກວ່າອັນ​ໃຫ້ແກ່ກົມກອງຕ່າງໆ ເຊິ່ງຜົນງານດັ່ງກ່າວໄດ້ສ້າງຄວາມປະທັບໃຈແກ່ພາກສ່ວນຕ່າງໆຂອງກອງທັບປະຊາຊົນລາວ.

  ​ໂດຍລວມແລ້ວການຈັດກິດຈະກໍາບໍລິການທາງການແພດ​ໃນ​ໂຄງ​ການຂະບວນລົດໄຟສັນຕິພາບ 2017 ໄດ້ຮັບຜົນ​ສຳເລັດຢ່າງຈົບງາມ ແລະ ເກີນ​ຄາດໝາຍທີ່ວາງໄວ້, ​ຈິ່ງ​ໄດ້ກາຍເປັນແບບຢ່າງອັນດີງາມໃນການເພີ່ມທະວີການພົວພັນຮ່ວມມືມິດຕະພາບລະຫວ່າງສອງກອງທັບລາວ-ຈີນ ແລະ ຕໍ່ໜ້າຫວັງວ່າຈະໄດ້ຮັບການຊ່ວຍເຫຼືອຈາກກອງທັບປົດປ່ອຍປະຊາຊົນຈີນຫຼາຍຂຶ້ນ ໂດຍສະເພາະໂຄງການກໍ່ສ້າງ​ຕຶກປິ່ນປົວຢູ່ໂຮງໝໍ 103 ທີ່ຈະ​ກໍ່ສ້າງສຳເລັດໃນທ້າຍເດືອນ ກັນຍາ 2017ນີ້. ຈາກ​ນີ້ການພົວພັນຮ່ວມມືກັນລະຫວ່າງກົມເສນາຮັກສອງຝ່າຍ ແລະ ໂຮງໝໍ 103 ກັບໂຮງໝໍທີ່ກ່ຽວຂ້ອງຂອງຈີນຍິ່ງຈະເພີ່ມຂຶ້ນເລື້ອຍໆ ແລະ ຫວັງວ່າຈະໄດ້ຮ່ວມງານກັບຈີນອີກຄັ້ງໃນການຈັດກິດຈະກຳບໍ​ລິການການແພດໃນ​ໂຄງ​ການລົດໄຟສັນຕິພາບ ຄັ້ງທີ່ 2 ໃນຕໍ່ໜ້າ.


1  2  3  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ