ປີຜ່ານມາ, 100 ອັນ​ດັບ​ສຸດ​ຍອດ​ວິ​ສາ​ຫະກິດ​ອິນ​ເຕີ​ເນັດ​ຈີນສ້າງ​ລາຍ​ຮັບ​ລື່ນ 1.000 ຕື້​ຢວນ
2017-08-08 11:06:48  cri 

ຫວ່າງ​ບໍ່​ດົນ​ມາ​ນີ້, ສະມາຄົມ​ອິນ​ເຕີ​ເນັດ​ຈີນ, ສູນຂໍ້​ມູນ​ຂ່າວສານ​ກະຊວງ​ອຸດສາຫະກຳ​ແລະ​ເຕັກນິກ​ຂໍ້​ມູນ​ຂ່າວສານ​ຈີນ ​ໄດ້​ຮ່ວມ​ກັນ​ເປີດ​ເຜີຍບົດ​ລາຍ​ງານ "100 ອັນ​ດັບ​ສຸດ​ຍອດ​ວິ​ສາ​ຫະກິດ​ອິນ​ເຕີ​ເນັດ​ຈີນ" ປີ 2017 ​ໂດຍ​ໃນ​ນີ້ ມີບໍລິສັດ​ເທ​ນ​ເຊ​ນທ໌, ບໍລິສັດ​ອາລີ​ບາ​ບາ ​ແລະ ບໍລິສັດ​ບາຍ​ດູ ຄອງ​ອັນ​ດັບ​ແຕ່ທີ 1-3 5 ປີຕາມ​ລຳດັບ​ຢ່າງ​ຕໍ່​ເນື່ອງ.

ບົດ​ລາຍ​ງານດັ່ງກ່າວ​ລະບຸ​ວ່າ: ປີຜ່ານມາ, 100 ອັນ​ດັບ​ສຸດ​ຍອດ​ວິ​ສາ​ຫະກິດ​ອິນ​ເຕີ​ເນັດ​ສາມາດ​ສ້າງ​ລາຍ​ຮັບ​ຈາກ​ທຸລະ​ກິດ​ອິນ​ເຕີ​ເນັດ​​ເຖິງ 1.070 ຕື້​ຢວນ ​ເຊິ່ງລື່ນ 1.000 ຕື້​ຢວນ​ເປັນຄັ້ງທຳ​ອິດ ​ແລະ ເພີ່ມ​ຂຶ້ນ 46,8% ​ເມື່ອ​ທຽບ​ໃສ່​ປີ 2015 ທັງ​ເປັນ​ເຈົ້າດຶງ​ດູດ​ການ​ບໍລິ​ໂພ​ກຂໍ້​ມູນ​ຂ່າວສານ​ເພີ່ມ​ຂຶ້ນ 8,73%. ຂະນະ​ທີ່​ມີ 72 ວິ​ສາ​ຫະກິດສ້າງ​ລາຍ​ຮັບ​ຈາກ​ທຸລະ​ກິດອິນ​ເຕີ​ເນັດ​ເພີ່ມ​ຂຶ້ນກວ່າ 20% ​ໃນ​ນີ້​ມີ 31 ວິ​ສາ​ຫະກິດ​ເພີ່ມ​ຂຶ້ນກວ່າ 100%.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ