ອາ​ເມ​ລິ​ກາ​ຂວ້ຳບາດ​ການ​ຄ້າ​ແຕ່​ຝ່າຍ​ດຽວ​ອາດ​​ເປັນ​ຜົນ​ຮ້າຍ​ຢ້ອນຫຼັງທີ່ໜັກໜ່ວງ
2017-08-08 11:10:34  cri 

ທ່ານຫຼຽງ​ໂກ​ຢົງ ​ເຈົ້າໜ້າ​ທີ່​ກິດຈະການ​ເສດຖະກິດ​ກອງ​ປະຊຸມ​ການ​ຄ້າ​ແລະ​ການ​ພັດທະນາ​ຂອງ​ອົງການ​ສະຫະ​ປະຊາ​ຊາດ ກ່າວ​ໃນ​ວັນ​ທີ 7 ສິງຫາ​ນີ້​ວ່າ: ​ໂຄ​ງປະກອບ​ການ​ຄ້າຫຼາຍຝ່າຍ​ທີ່​ຖື​ເອົາ​ອົງການ​ການ​ຄ້າ​ໂລກ ຫຼື WTO ​ເປັນ​ໃຈກາງ ​ໄດ້​ສະໜອງ​ຊ່ອງ​ທາງໃຫ້​ແກ່​ການ​ໃຊ້​ມາດ​ຕະການ​ສົງ​ເຄາະ​ການ​ຄ້າ​ທີ່​ສົມ​ເຫດ​ສົມ​ຜົນ​​ຢ່າງ​ເຕັມ​ສ່ວນ​ແລ້ວ ​ແລະ​ຍັງ​ໄດ້​ສ້າງ​ກົນ​ໄກ​ແກ້​ໄຂ​ຄວາມ​ຂັດ​ແຍ້​ງກັນ​ດ້ານ​ການ​ຄ້າ​ຢ່າງ​ມີ​ປະສິດທິ​ຜົນອີກ​ດ້ວຍ. ​ຖ້າວ່າ​ອາ​ເມ​ລິ​ກາ​ເມີນ​ເສີຍ​ຕໍ່​ກົດ​ລະບຽບ​ການ​ຄ້າຫຼາຍຝ່າຍ ​ແລະ ​ໃຊ້​ມາດ​ຕະການ​ຂວ້ຳບາດ​ການ​ຄ້າ​ຄູ່ຄ້າຂອງ​ຕົນ​ໂດຍ​ຖື​ກົດໝາຍ​ພາຍ​ໃນ​ປະ​ເທດ​ຕົນ​ເປັນຫຼັກນັ້ນ ກໍ​ຈະ​ເປັນ​ການ​ຂວ້ຳ​ບາດ​ແຕ່​ຝ່າຍ​ດຽວ​ແລະ​ຕາມ​ລຳພັງ ​ເຊິ່ງບໍ່​ທ່ຽງ​ທຳຕໍ່​ຜູ້​ອື່ນ ທັງບໍ່​ສອດຄ່ອງ​ກັບ​ກົດໝາຍ​ສາກົນ  ​ແລະ ຈະ​ສ້າງຜົນ​ຮ້າຍ​ຢ້ອນຫຼັງຢ່າງ​ໜັກ​ໜ່ວງ​ທີ່​ສຸດ ສະນັ້ນ, ຈຶ່ງ​ເປັນ​ການ​ກະທຳ​ທີ່​ບໍ່​ສະຫຼາດປານ​ໃດ.

ທ່ານຫຼຽງ​ໂກຢົງ ​ເຕືອນວ່າ: ຖ້າ​ອາ​ເມ​ລິ​ກາ​ໃຊ້​ມາດ​ຕະການ​ດ່ານ​ພາສີ ຫຼື ມາດ​ຕະການ​ຈຳກັດ​ການ​ຄ້າ​ອື່ນໆ ​ແຕ່​ຝ່າຍ​ດຽວ, ບໍ່​ພຽງ​ແຕ່​ຈະ​ເຮັດ​ໃຫ້​ພື້ນຖານ​ໂຄ​ງປະກອບ​ການ​ຄ້າຫຼາຍຝ່າຍ​ຄອນ​ແຄນ​ເທົ່າ​ນັ້ນ, ຫາກຈະ​ພາ​ໃຫ້​ເກີດ​ສົງຄາມ​ການ​ຄ້າ ​ແລະ ​​ໃນ​ທີ່​ສຸດກໍ​ຈະ​ສ້າງ​ຜົນ​ເສຍ​ຫາຍ​ໃຫ້​ແກ່​ແຕ່ລະ​ຝ່າຍ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ