ກອງ​ປະ​ຊຸມ​ມິດ​ຕະ​ພາບ​ພົນ​ລະ​ເຮືອນ​ຈີນ-ອາ​ຊຽນ​ຄັ້ງ​ທີ 11 ຈັດ​ຂຶ້ນ​ຢູ່​ກຳ​ປູ​ເຈຍ
2017-08-08 16:22:49  cri 
ກອງ​ປະ​ຊຸມ​ມິດ​ຕະ​ພາບ​ພົນ​ລະ​ເຮືອນ​ຈີນ-ອາ​ຊຽນ​ຄັ້ງ​ທີ 11 ທີ່​ສະ​ມາ​ຄົມ​ມິດ​ຕະ​ພາ​ບ​ກຳ​ປູ​ເຈຍ-ຈີນເປັນ​ເຈົ້າ​ພາບ​ໄດ້​ຈັດ​ຂຶ້ນ​ຢູ່​ເມືອງຊຽມ​ລຽບ ປະ​ເທດ​ກຳ​ປູ​ເຈຍ​ໃນ​ວັນ​ທີ 7 ສິງ​ຫາ​ນີ້. ​ແລະຈະ​ດຳ​ເນີນ​ເປັນ​ເວ​ລາ 2 ວັນ, ໂດຍ​ມີຜູ້​ຕາງ​ໜ້າວົງ​ການ​ຕ່າງໆ 600 ກວ່າ​ທ່ານ​​ຈາກ​ຈີນ​ແລະອາ​ຊຽນ​ເຂົ້າ​ຮ່ວມ​.

​ທ່ານ​ນາງ​ກູ້​ຊິ້ວ​ຫຼຽນ ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ​ຈີນ-ອາ​ຊຽນ​ກ່າວ​ໄຂ​ກອງ​ປະ​ຊຸມ​ວ່າ, ກອງ​ປະ​ຊຸມ​ຄັ້ງ​ນີ້​ໄດ້​ເນັ້ນ​ຫົວ​ຂໍ້ "ເພີ່ມ​ທະ​ວີ​ການ​ເຊື່ອມ​ສານຈິດ​ໃຈ​ຂອງ​ປະ​ຊາ​ຊົນ​, ຮັກ​ສາ​ສັນ​ຕິ​ພາບ​ແລະ​ການ​ຮ່ວມ​ມື", ເຊິ່ງ​ເປັນ​ການ​ສະ​ແດງ​ໃຫ້​ເຫັນ​​ເຖິງບົດ​ບາດ​ສຳ​ຄັນ​ຂອງ​ມິດ​ຕະ​ພາບ​ພົນ​ລະ​ເຮືອນ​ໃນ​ການ​ພົວ​ພັນ​ລະ​ຫວ່າງ​ຈີນ​ກັບ​ອາ​ຊຽນ, ​ທັງ​ສອດ​ຄ່ອງ​ກັບ​ຄວາມ​ມຸ່ງ​ຫວັງ​ແລະ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຂອງ​ການ​ຮ່ວມ​ມື​ລະ​ຫວ່າງ​ພົນ​ລະ​ເຮືອນ​ຈີນ-ອາ​ຊຽນ​ແລະ​ການ​ເພີ່ມ​ທະ​ວີ​ຄວາມ​ຝັນ​ເປັນ​ຈິດ​ໜຶ່ງ​ໃຈ​ດຽວ​ຂອງ​ປະ​ຊາ​ຊົນໃນ​ຂະ​ບວນ​ການ​ກໍ່​ສ້າງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ".

ທ່ານ​ນາງ​ກູ້​ຊິ້ວ​ຫຼຽນ​ກ່າວຕື່ມ​ວ່າ, ຊຸກ​ຍູ້​ການ​ກໍ່​ສ້າງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ຕ້ອງ​ການ​ສະ​ໜັບ​ສະ​ໜູນ​ຈາກ​ປະ​ຊາ​ຊົນ​ຂອງ​ປະ​ເທດ​ຕ່າງໆ​ລວມ​ທາງ​ບັນ​ດາ​ປະ​ເທດ​ອາ​ຊຽນ, ປະ​ຊາ​ຊົນ​ຂອງ​ສອງ​ຝ່າຍ​ມີ​ຕິດ​ຕໍ່​ພົວ​ພັນ​ຫຼາ​ຍ​ຂຶ້ນ, ການ​ຮ່ວມ​ມື​ຢ່າງ​ແທ້​ຈິງ​ປະ​ເທດ​ຕ່າງໆ​ຈຶ່ງ​ສາ​ມາດ​ດຳ​ເນີນ​ເປັນ​ຢ່າງ​ດີ, ມິດ​ຕະ​ພາບ​ລະ​ຫວ່າງ​ປະ​ເທດ​ຕ່າງໆ​ຈຶ່ງ​ມີ​ພື້ນ​ຖານ​ໝັ້ນ​ແກ່ນກວ່າ​ເກົ່າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ