ນ້ຳ​ໃຈ​ຂອງ​ຕຳຫຼວດຍິງ​ບົນ​ທາງ​ລົດ​ໄຟ​ຂົນ​ສົ່ງໃນ​ຍາມ​ຮ້ອນ
2017-08-09 16:12:15  cri 

ໄລ​ຍະ​ນີ້​ພໍ​ດີ​ເປັນ​ໄລ​ຍະ​ການ​ຂົນ​ສົ່ງ​ໂດຍ​ສານ​ທາງ​ລົດ​ໄຟ​ຍາມ​ລະ​ດູ​ຮ້ອນ, ໃນ​​ບັນ​ດາສະ​ມາ​ຊິກ​ໜ່ວຍ​ຕຳຫຼວ​ດ​ພິ​ເສດ​ທີ່​ປະ​ຕິ​ບັດ​ໜ້າ​ທີ່​ດ້ວຍ​ການຜັດ​ປ່ຽນ​​ກັນລາດ​ຕະ​ເວນ​ຕະຫຼອດ24 ຊົ່ວ​ໂມງ​ຢູ່​ສະ​ຖາ​ນີ​ລົດ​ໄຟ​ເມືອງ​ອູ​ຮັ້ນ ແຂວງ​ຫູ​ເປີຍ ສ​ປ ຈີນ​ນັ້ນ, ມີ​ຕຳຫຼວດຍິງ​ທີ່​ຢືນຖື​ປືນ​ຍາວ​ອັດ​ຕະ​ໂນ​ມັດ​ຢ່າງສະ​ຫງ່າ​ຜ່າ​ເຜີຍ​ເຊິ່ງ​ພາບ​ດັ່ງ​ກ່າວ​ສາ​ມາດດຶງ​ດູດ​ສາຍ​ຕາ​​ຂອງຄົນ​ເປັນ​ພິ​ເສດ. ລີ​ຊີ  ​ທີ່ປີ​ນີ້​ອາ​ຍຸ 35 ປີເປັນ​ມື​ປືນດັກ​ຍິງ​ເພດ​ຍິງ​ພຽງ​​ໜຶ່ງດຽວ​ຂອງ​ໜ່ວຍ​ຕຳຫຼວດ​ພິ​ເສດ​ອົງ​ການ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ທາງ​ລົດ​ໄຟ​ເມືອງ​ອູ​ຮັ້ນ. ໃນ​ໄລ​ຍະ​ແລ່ນ​ບໍ​ລິ​ການ ​ຍາມ​ລະ​ດູ​ຮ້ອນ​ປີ​ນີ້, ນາງ​ໄດ້​ຮັບ​ການ​ມອບ​ໝາຍ​ໄປ​ປະ​ຕິ​ບັດຫຼາຍ​ໜ້າ​ທີ່ເປັນ​ຕົ້ນ ການ​ຮັບ​ມື​ເຫດ​ການ​ສຸກ​ເສີນ,ການປ້ອງ​ກັນ​ຄວາມ​ຮຸນ​ແຮງ​ແລະ​ອື່ນໆ​ຢູ່​ສະ​ຖາ​ນີ​ລົດ​ໄຟ​ອູ​ຮັ້ນ.
1  2  3  4  5  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ