ຊາວ​ເມື​ອງ​ຈຸ່ນ​ຢີ້​ຫັດ​ກາຍດ້ວຍ​ການ​ເອົາສອງ​ນີ້ວ​ມື​ຄ້ຳພື້ນ​
2017-08-09 16:19:19  cri 

ວັນ​ທີ 7 ສິງ​ຫາ​ນີ້, ທ່ານຢວນ​ຖິງ​ຈຸ່ນ ທີ່​ປີ​ນີ້​ອາ​ຍຸ 51 ປີ​ ຊາວ​ເມືອງ​ຈຸ່ນ​ຢີ້​ແຂວງ​ກຸ້ຍ​ໂຈ່ວ​ສ​ປ ຈີນເປັນ​ຜູ້​ຫຼົງ​ໄຫຼ​ໃນການ​ຝຶກ​ອູ​ຊູ​ເພື່ອ​ສ້າງ​​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່ສຸ​ຂະ​ພາບ ທັງ​ເອົາ​ໃຈ​ໃສ່​ ​ຄົ້ນ​ຄວ້າ​ກັງ​ຟູ​ແບບ​ເອົາ​ນີ້ວ​ມື​ຄ້ຳ​ພື້ນ​ໂດຍ​ເລີ່ມ​ແຕ່​ປີ2010ມາ​ເຖິງ​ປັດ​ຈຸ​ບັນ, ທ່ານສາ​ມາດ​ເອົາ​ສອງ​ນີ້ວ​ມື​ຄ້ຳ​ພື້ນ​ຢ່າງ​ແຂງ​ແຮງ​ເພື່ອ​ແບກ​ນ້ຳ​ໜັກ​ຂອງ​ຕົນ​ເຖິງ 60 ກວ່າ​ກິ​ໂລ​ໄດ້​​​ແລະສາ​ມາດ​​ຈັ້ງທ່າ​​ດັ່ງ​ກ່າວຢູ່​ເທິງ​ພື້ນ​ໄດ້​ໃນ​ເວ​ລາປະ​ມານ 30 ວິ​ນາ​ທີ. ຂະ​ນະ​ດຽວ​ກັນ, ລາວ​ຍັງ​ຮຽນ​ຮູ້​ກັງ​ຟູ​ແບບ​ເອົາ​ຫົວ​ຕັ້ງ​ພື້ນ​ແບບ​ຕີ​ລັງ​ການຳ​ອີກ​ດ້ວຍ.

1  2  3  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ