ສະ​ເຫຼີມ​ສະ​ຫຼອງ​ວັນ​​ສ້າງ​ຕັ້ງ​ອາ​ຊຽນຄົບ​ຮອບ 50 ປີ
2017-08-09 16:30:14  cri 

ວັນ​ທີ 8 ສິ​ງ​ຫາ​ນີ້​ຢູ່​ນະ​ຄອນ​ຫຼວງ​ມະ​ນິ​ລາ ປະ​ເທດ​ຟີ​ລິ​ບ​ປີນ, ສະ​ມາ​ຄົມ​ປະ​ຊາ​ຊາດ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້ໄດ້​ຈັດ​ພິ​ທີ​ສະ​ເຫຼີມ​ສະ​ຫຼອງວັນ​ສ້າງ​ຕັ້ງ​​ຄົບ​ຮອບ 50 ປີ.

ທ່ານ​ໂຣດຣີ​ໂກ ດູເຕີ​ເຕ ປະ​ທາ​ນາ​ທິ​ບໍ​ດີ​ຟີ​ລິບ​ປີນ​, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຂອງ 10 ປະ​ເທດ​ອາ​ຊຽນ​ທີ່​ເຂົ້າ​ຮ່ວມກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ຊີ​ຕາ​ເວັນ​ອອກ​ຕ່າງໆ​ແລະ​ປະ​ເທດ​ຄູ່​ເຈ​ລາ​ຈາ​ຂອງ​ອາ​ຊຽນ​, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຫຼື​ຜູ້​ຕາງ​ໜ້າ​ຂອງ​ປະ​ເທດ​ອື່ນໆ​ໄດ້​ເຂົ້າ​ຮ່ວມ​ພິ​ທີ​ສະ​ເຫຼີມ​ສະ​ຫຼອງ. ໂດຍໃນ​ພິ​ທີ​ດັ່ງ​ກ່າວ​ໄດ້​ອ່ານ​ຄຳ​ອວຍ​ພອນ​ຂອງ​ຜູ້​ນຳ​ປະ​ເທດ​ອາ​ຊຽນ, ແລະ​ສະ​ແດງ​ຄວາມ​ເຄົາ​ລົບ​ຕໍ່​ຜູ້​ລິ​ເລີ່ມ​ສ້າງ​ອາ​ຊຽນ.

 

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ