ສະຫຼອງວັນ​ສ້າງ​ຕັ້ງ​ການປົກ​ຄອງ​ຕົນ​ເອງ​ຂອງ​ເຂດ​ມົງ​ໂກ​ໃນຄົບ​ຮອບ 70 ປີ
2017-08-09 09:50:36  cri 

ເຂດ​ມົງ​ໂກ​ໃນ ເຊິ່ງ​ເປັນ​ເຂດ​ປົກ​ຄອງ​ຕົນ​ເອງ​ຊົນ​ເຜົ່າ​ລະ​ດັບ​ແຂວງ​ແຫ່ງ​ທຳ​ອິດ​ຂອງ​ຈີນ​ໄດ້​ຈັດ​ພິ​ທີ​ສະຫຼອງວັນ​ສ້າງ​ຕັ້ງຄົບ​ຮອບ 70 ປີ ໃນ​ວັນ​ທີ 8 ສິງ​ຫາ​ນີ້ ໂດຍໃນ​ພິ​ທີ​ທີ່​ມີ​ຄວາມ​ໝາຍ​ສຳ​ຄັນ​ນີ້, ທ່ານ​ຢູ​ເຈິ້ງ​ເຊິງ​ຫົວ​ໜ້າ​ຄະ​ນະ​ຜູ້​ແທນ​ສູນ​ກາງ​ຈີນ​​ໄດ້ກ່າວ​ປາ​ໄສ ໂດຍ​ເນັ້ນ​ວ່າ, ລະ​ບົບ​ຊົນ​ເຜົ່າ​ປົກ​ຄອງ​ໃນ​ທ້ອງ​ຖິ່ນ​ຕ່າງໆ​ໃນ​ທົ່ວ​ປະ​ເທດ​ເປັນ​ລະ​ບົບ​ການ​ເມືອງ​ພື້ນ​ຖານ​ຂອງ​ຈີນ ແລະ​ກໍ​ແມ່ນ​ເນື້ອ​ໃນ​ສຳ​ຄັນ​ແລະ​ເປັນ​ສິ່ງ​ຮັບ​ປະ​ກັນ ເພື່ອ​ແກ້​ໄຂ​ບັນ​ຫາ​ຊົນ​ເຜົ່າ​ຢ່າງ​ຖືກ​ຕ້ອງ ຕາມ​ສີ​ສັນ​ພິ​ເສດ​ຂອງ​ຈີນ. ​ຈາກ​ນີ້ ເຂດປົກ​ຄອງ​ຕົນ​ເອງ​ມົງ​ໂກ​ໃນ​​ຄວນ​ເສີມ​ຂະ​ຫຍາຍ​ບົດ​ບາດ​ສຳ​ຄັນ​ຂອງ​ລະ​ບົບ​ນີ້​ຕື່​ມ​ອີກ ເພື່ອ​ປົກ​ປ້ອງ​ຜົນ​ປະ​ໂຫຍດ​​ທີ່​ເປັນ​ຮາກ​ເຫງົ້າຂອງ​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ.

ຜູ້​ແທນ​ຊົນ​ເຜົ່າ​ຕ່າງໆ​ແລະ​ວົງ​ການ​ຕ່າງໆ​ຂອງ​ເຂດ​ມົງ​ໂກ​ໃນຫຼາຍກວ່າ 1 ໝື່ນ 2 ພັນ​ຄົນ​ໄດ້​ເຂົ້າ​ຮ່ວມ​ພິ​ທີ​ສະຫຼອງ​ດັ່ງ​ກ່າວ. ເຂດ​ປົກ​ຄອງ​ຕົນ​ເອງ​ມົງ​ໂກ​ໃນ​ ສ້າງ​ຕັ້ງ​ຂຶ້ນ​ເມື່ອ​ປີ 1947 ແລະ​ເປັນ​ເຂດ​ຊົນ​ເຜົ່າປົກ​ຄອງ​ຕົນ​ເອງລະ​ດັບ​ແຂວງ​ແຫ່ງ​ທຳ​ອິດ​ຂອງ​ຈີນ ​ໂດຍ​ປະ​ກອບ​ມີ 55 ຊົນ​ເຜົ່າ ເຊັ່ນ​ເຜົ່າ​ມົງ​ໂກນ, ຮັ້ນ, ແມນ​ຈູ, ຫຸຍ ແລະ​ອື່ນໆ​​ທີ່ໄດ້​ຮ່ວມ​ດຳ​ລົງ​ຊີ​ວິດແລະ​ທຳ​ມາ​ຫາ​ກິນ​ຢູ່​ດິນ​ແດນ​ແຫ່ງ​ນີ້ ດ້ວຍ​ຄວາມ​ສາ​ມັກ​ຄີ​ປອງດອງ​ຢ່າງ​ໝັ້ນ​ແກ່ນ.


1  2  3  4  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ