ແຂວງ​ໄຫຫຼຳ​ແລະ​ອິນ​ໂດ​ເນ​ເຊຍ​ຮ່ວມ​ມື​ດ້ານ​ການ​ທ່ອງ​ທ່ຽວ
2017-08-10 11:19:28  cri 
ຄະ​ນະ​ກຳ​ມະ​ການ​ທ່ອງ​ທ່ຽວ​ເມືອງ​ໄຫ​ໂຂວ​ແຂວງ​ໄຫຫຼຳ​ ສ​ປ ຈີນ​ກັບສະ​ມາ​ຄົມ​ບໍ​ລິ​ສັດ​ທ່ອງ​ທ່ຽວ​ອິນ​ໂດ​ເນ​ເຊຍ, ກຸ່ມ​ບໍ​ລິ​ສັດ​ທ່ອງ​ທ່ຽວ​ສາຍ​ການ​ບິນ​ໄຫຫຼຳ​ແລະ​ບໍ​ລິ​ສັດ​ທ່ອງ​ທ່ຽວTXພ້ອມ​ດ້ວຍ​ສະ​ໂມ​ສອນ​ທ່ອງ​ທ່ຽວQyoຂອງ​ອິນ​ໂດ​ເນ​ເຊຍ​ໄດ້​ເຊັນ​ສັນ​ຍາ​ຮ່ວມ​ມື​ຢູ່​ເມືອງ​ໄຫ​ໂຂວ​ໃນ​ວັນ​ທີ 9 ສິງ​ຫາ​ນີ້​ເພື່ອ​ຮ່ວມ​ກັນ​ພັດ​ທະ​ນາ​ຕະຫຼາດ​ການ​ທ່ອງ​ທ່ຽວ​ໄຫຫຼຳ.

ສັນ​ຍາ​ດັ່ງ​ກ່າວ​ລະ​ບຸ​ວ່າ: ຄະ​ນະ​ນັກ​ທ່ອງ​ທ່ຽວ​ອິນ​ໂດ​ເນ​ເຊຍທີ່​ມີ 5 ຄົນ​ຂຶ້ນ​ໄປ​ມາ​ທ່ຽວ​ໄຫຫຼຳ​ກໍ​ຈະ​ສາ​ມາດ​ໄດ້​ຮັບ​ການ​ຍົກ​ເວັ້ນ​ວີ​ຊາ 15 ມື້. ນອກ​ນີ້, ໄຫຫຼຳ​ຍັງ​ຈະ​ມອບ​ທຶນ​ພາກ​ລັດ​ໃຫ້​ບໍ​ລິ​ສັດ​ທ່ອງ​ທ່​ຽວ​ທີ່​ພັດ​ທະ​ນາ​ຕະຫຼາດ​ອິນ​ໂດ​ເນ​ເຊຍ​ ເຊິ່ງ​ທຶນ​ດັ່ງ​ກ່າວ​ສາ​ມາດ​ຊ່ວຍຫຼຸດ​ຕົ້ນ​ທຶນ​ການ​ບໍ​ລິ​ການ​ທ່ອງ​ທ່ຽວໄຫຫຼຳ​ໃຫ້ຕ່ຳ​ລົງ​ເພື່ອ​ຮັບ​ປະ​ກັນ​ຜົນ​ກຳ​ໄລ​ຂອງບໍ​ລິ​ສັດ​ທ່ອງ​ທ່ຽວ​ອິນ​ໂດ​ເນ​ເຊຍ​.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ