ຄະນະກຳມະການປະຕິຮູບແລະພັດທະນາແຫ່ງລັດຈີນເບີກ​ງົບ​ປະ​ມານ 60 ລ້ານຢວນ​ໃຊ້​ໃນ​ການ​ສ້າງສາຄືນ​ໃໝ່​ຫຼັງ​ປະ​ສົ​ບ​ໄພ​ແຜ່ນ​ດິນ​ໄຫວ​ຂອງ​ແຂວງ​ເ​ສ​ສວນ
2017-08-10 17:05:09  cri 
ເວ​ລາ 21 ໂມງ 19 ນາ​ທີ​ຂອງວັນ​ທີ 8 ສິງ​ຫາ​ນີ້, ເມືອງ​ຈິວ​ຈ້າຍ​ໂ​ກ່ວກິ່ງ​ແຂວງ​ເຜົ່າ​ຕິ​ເບດ​ເຜົ່າ​ຊຽງ​ອາ​ປ້າ​ແຂວງເ​​ສສວນໄດ້​ເກີດ​ແຜ່ນ​ດິນ​ໄຫວ​​ຂັ້ນ 7.0 ຣິກ​ເຕີ. ເພື່ອ​ສະ​ໜັບສະ​ໜູນ​ວຽກ​ງານ​ກູ້​ໄພ​ຂອງ​ເຂດ​ປະ​ສົບ​ໄພ, ຄະນະກຳມະການປະຕິຮູບແລະພັດທະນາແຫ່ງລັດຈີນໄດ້​​ນຳ​ໃຊ້​ງົບ​ປະ​ມານ​ສຸກ​ເສີນ​ຈຳ​ນວນ 60 ລ້ານຢວນ​ໃຫ້​ແກ່​ແຂວງ​ເ​ສສວນ​, ເພື່ອ​ໃຊ້​ໃນ​ການ​ກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ​ແລະ​ກໍ່​ສ້າງສິ່ງ​ສາ​ທາ​ລະ​ນະ​ປະ​ໂຫຍດ​ຄືນ​ໃໝ່.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ