ມາ​ເລ​ເຊຍ​ຈະ​ເກັບ​ພາ​ສີ​ທ່ອງ​ທ່ຽວ​ຕໍ່​ນັກ​ທອງ​ທ່ຽວ​ຕ່າງ​ປະ​ເທດ
2017-08-10 17:07:57  cri 
ທ່ານ​ໂມ​ຮະ​ເມັດ ນັ​ສ​ຣິ ອັບ​ດູ ອາ​ຊິ​ສ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ທ່ອງ​ທ່ຽວ​ແລະ​ວັດ​ທະ​ນະ​ທຳ​ມາ​ເລ​ເຊຍ​ເປີດ​ເຜີຍ​ໃນ​ວັນ​ທີ 8 ສິງ​ຫາ​ນີ້​ວ່າ, ປະ​ເທດ​ຕົນ​ຈະ​ເກັບ​ພາ​ສີ​ທ່ອງ​ທ່ຽວຕໍ່​ນັກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ​ເລີ່ມ​ແຕ່​ວັນ​ທີ 1 ກັນ​ຍາ​ໜ້າເປັນ​ຕົ້ນ​ໄປ.

ທ່ານ​ນັ​ສ​ຣິ​ ກ່າວ​ໃນ​ພິ​ທີ​ຖະ​ແຫຼງ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ມື້​ດັ່ງ​ກ່າວ​ວ່າ, ນັກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ​ຈະ​ເສຍ​ຄ່າ​ທ່ອງ​ທ່ຽວ 10 ລິ​ງ​​ກິດ​ຕໍ່​ມື້​ບໍ່​ວ່າ​ຈະ​ພັກ​ຢູ່​ໂຮງ​ແຮມ​ໃດ​ກໍ​ຕາມ​ຢູ່​ມະ​ເລ​ເຊຍ; ປະ​ຊາ​ຊົນ​ມະ​ເລ​ເຊຍ​ແລະ​ຊາວ​ຕ່າງ​ປະ​ເທດ​ອາ​ໄສ​ຢູ່​ມະ​ເລ​ເຊຍ​ຖາ​ວອນ​ບໍ່​ຕ້ອງ​ເສຍ​​ພາ​ສີ​ດັ່ງ​ກ່າວ; ນັກ​ທ່ອງ​ທ່ຽວ​ທີ່​ພັກ​ຢູ່​ເຮືອນ​ພັກ​ຂອງ​ປະ​ຊາ​ຊົນ​ມະ​ເລ​ເຊຍ​ທີ່​ລົງ​ທະ​ບຽນ​ຢູ່​ກະ​ຊວງວັດ​ທະ​ນະ​ທຳ​ແລະ​ທ່ອງ​ທ່ຽວ​ກໍ​ບໍ່​ຕ້ອງ​ເສຍພາ​ສີ​ດັ່ງ​ກ່າວເຊັ່ນ​ດຽວ​ກັນ.
ທ່ານ​ນັ​ສ​ຣີ ກ່າວ​ຕື່ມ​ວ່າ, ການ​ເກັບ​ພາ​ສີ​ທ່ອງ​ທ່ຽວ​ຄາດ​ວ່າ​ຈະ​ສ້າງ​ລາຍ​ຮັບ 210 ລ້ານ​ລິ​ງ​ກິດ​ຕໍ່​ປີ​ໃຫ້​ແກ່​ປະ​ເທດ​ຕົນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ