ສູນວັດທະນະທໍາຈີນ ປະຈໍາ ສ ປ ປ ລາວ ພ້ອມດ້ວຍພະນັກງານຮ່ວມແບ່ງປັນນໍ້າໃຈແກ່ຜູ້ປະສົບ ອຸທົກກະໄພໃນທົ່ວປະເທດ.
2017-08-11 16:26:44  cri 

ຕອນບ່າຍຂອງວັນທີ 10 ສິງຫາ 2017 ຄະນະພະນັກງານສູນວັດທະນະທຳຈີນ ປະຈຳ ສປປ ລາວ ນຳພາໂດຍ ທ່ານນາງ ຕິ່ງຊິ່ງ
ຫົວໜ້າສູນ, ໄດ້ນຳເຄື່ອງຊ່ວຍເຫຼືອ ມອບໃຫ້ແກ່ ມູນລະນິທິ ຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ ທີ່ວັດຫຼັກ29 ເຊິ່ງປະກອບດ້ວຍ
ເຂົ້າສານ 576ກິໂລກຣາມ, ນ້ຳດື່ມບໍລິສຸດ 130ແກັດ, ໝີ່ກຶ່ງສໍາເລັດຮູບ 3360ຫໍ່ ແລະ ອາຫານແຫ້ງອີກຈໍານວນໜຶ່ງ ລວມມູນຄ່າ
11ລ້ານກວ່າກີບ.

ໂອກາດນີ້ ທ່ານນາງ ຕິ່ງຊິ່ງ ຕາງໜ້າແກ່ພະນັກງານ ສູນວັດທະນະທຳຈີນ ປະຈຳ ສ ປ ປ ລາວ ສະແດງຄວາມເປັນຫ່ວງເປັນໃຍ
ແລະ ເຫັນອົກເຫັນໃຈ ຜູ້ປະສົບໄພນຳ້ຖ້ວມໃນຄັ້ງນີ້ແລະຫວັງຢ່າງຍິ່ງວ່າປະຊາຊົນໃນບັນດາແຂວງທີ່ປະສົບໄພຈະຜ່ານຜ່າອູປະສັກ
ແລະ ຄວາມຫຍຸ້ງຍາກຕ່າງໆ ໄປໄດ້ໂດຍໄວ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ