ການບັນ​ລຸ​ຂອບ "ກົດ​ແຫ່ງ​ການ​ປະ​ພຶດ​ຢູ່​ທະ​ເລ​ຈີນ​ໃຕ້" ແມ່ນ​​ກ້າວ​ໜັກ​ແໜ້ນ​ສຳ​ລັບ​ການ​ພົວ​ພັນ​ຈີນ-ອາ​ຊຽນ
2017-08-11 10:27:25  cri 
ທ່ານ​ປ​ຣັກ ຊົກ​ກົນ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ແລະ​ຮ່ວມ​ມື​ສາ​ກົນ​ກຳ​ປູ​ເຈຍ​ໄດ້​ຈັດ​ພິ​ທີ​ຖະ​ແຫຼງ​ຂ່າວ​ຢູ່​ນະ​ຄອນຫຼວງ​ພະ​ນົມ​ເປັນ​ໃນ​ວັນ​ທີ 9 ສິງ​ຫາ​ນີ້​ວ່າ, ການ​ໄດ້​ບັນ​ລຸ​ຂອບ "ກົດ​ແຫ່ງ​ການ​ປະ​ພຶດ​ຢູ່​ທະ​ເລ​ຈີນ​ໃຕ້" ເປັນ​ຂີດ​ໝາຍ​ສະ​ແດງ​ໃຫ້​ເຫັນ​ວ່າ, ການ​ພົວ​ພັນ​ຈີນ-ອາ​ຊຽນ​ໄດ້​ກ້າວ​​ໄປ​ອີກກ້າວ​ໜຶ່ງທີ່​ໜັກ​ແໜ້ນ.

ທ່ານ​ກ່າວ​ຕື່ມ​ວ່າ, ການ​ບັນ​ລຸ​ຂອບ​ດັ່ງ​ກ່າວ​ເປັນ​ບາດ​ກ້າ​ວ​ທີ່​ຕັ້ງ​ໜ້າ ແລະ​ສຳ​ຄັນ​ໃນ​ຂະ​ບວນ​ການ​ທີ່​ຈະ​ວາງ "ກົດ​ແຫ່ງ​ການ​ປະ​ພຶດ" ​ເປັນ​ຂັ້ນ​ສຸດ​ທ້າຍ ອັນ​ເປັນ​ຜົນ​ມາ​ຈາກຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​​ຂອງການ​ເຈ​ລະ​ຈາ​ໄດ້​ຊຸກ​ຍູ້​ໃຫ້​ຈີນ​ແລະ​ອາ​ຊຽນ​ເດີນ​ໄປ​ຕາມ​ທິດ​ທາງ​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ​ແລະ​ສະ​ຖຽນ​ລະ​ພາບ ​ລວມ​ທັງ​ຊຸກ​ຍູ້​ການ​ພັດ​ທະ​ນາ​ແລະ​​ຄວາມຈະ​ເລີນ​ຮຸ່ງ​ເຮືອງ​ຮ່ວມ​ກັນ.

ປີ 2002, ຈີນ​ແລະ​ບັນ​ດາ​ປະ​ເທດ​ໃນ​ອາ​ຊຽນ​ໄດ້​ລົງ​ນາມ​ໃນ "ຖະ​ແຫຼງ​ການ​ວ່າ​ດ້ວຍ​ການ​ປະ​ພຶດ​ຂອງ​ບັນ​ດາ​ຝ່າຍ​ຢູ່​ທະ​ເລ​ຈີນ​ໃຕ້", ມາ​ເຖິງ​ເດືອນ​ພຶດ​ສະ​ພາ​ປີ​ນີ້ ກໍ​ໄດ້ພິ​ຈາ​ລ​ະ​ນາ​ຂອບ "ກົດ​ແຫ່ງ​ການ​ປະ​ພຶດ" ແລະ​ໃນ​ທີ່​ສຸດ​ກໍໄດ້​ຮັບ​ຮອງ​ຂອບ "ກົດ​ແຫ່ງ​ການ​ປະ​ພຶດ" ອີກ​ເທື່ອ​ໜຶ່ງ​ໃນ​ກອງ​ປະ​ຊຸ​ມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ອາ​ຊຽນ​ທີ່​ຈັດ​ຂຶ້ນ​ແຕ່​ວັນ​ທີ 2 ຫາ 8 ເດືອນ​ນີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ