ຕາມຂ່າວCRI: ຫຼັງຈາກກອງທັບສປປເກົາຫຼີກ່າວວ່າ ຈະສຳເລັດການສ້າງແຜນການໂຈມຕີເຂດທະເລເກາະກວມໃນກາງເດືອນສິງຫານີ້ບໍ່ດົນ, ອາເມລິກາກໍ່ກ່າວວ່າ, ຖ້າສປປເກົາຫຼີໃຊ້ການກະທຳໃດໆ ຫຼື ໂຈມຕີຕໍ່ອາເມລິກາ ແລະ ພັນທະມິດຂອງຕົນ,ສປປເກົາຫຼີຈະຜະເຊີນໜ້າກັບການໂຕີຕອບເໜືອຄາດຄິດ. ຕໍ່ກັບການຖຽງກັນລະຫວ່າງສປປເກົາຫຼີ ກັບ ອາເມລິກາຖີບສູງຂຶ້ນຢ່າງບໍ່ຢຸດຢັ້ງ, ວັນທີ 11 ສິງຫານີ້, ທ່ານເກີງສວງ ໂຄສົກກະຊວງການຕ່າງປະເທດຈີນກ່າວວ່າ, ຫວັງວ່າຝ່າຍຕ່າງໆຈະມີກິລິຍາວາຈາແບບລະມັດລະວັງ, ບໍ່ຄວນສະແດງທ່າທີແຂງກະດ້າງອີກ.
ທ່ານເກີງສວງເນັ້ນວ່າ, ສະຖານະການຢູ່ແຫຼມເກົາຫຼີໃນປັດຈະບັນສັບສົນ ແລະ ອ່ອນໄຫວ. ຈີນຫວັງວ່າຝ່າຍຕ່າງໆຈະມີກິລິຍາວາຈາແບບລະມັດລະວັງ, ກະທຳແຕ່ສິ່ງຫຼາຍທີ່ມີຜົນດີຕໍ່ການຫຼຸດຜ່ອນສະຖານະການທີ່ເຄັ່ງຕຶງ ແລະ ເພິ່ມຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນແລະກັນ, ຫາກບໍ່ຄວນເດີນຕາມເສັ້ນທາງເກົ່າທີ່ສະແດງທ່າທີແຂງກະດ້າງຕໍ່ກັນແລະ ເຮັດໃຫ້ສະຖານະການຮ້າຍແຮງຂຶ້ນຕື່ມ.