ປະ​ຊາ​ຄົມ​ໂລກ​ຮຽກ​ຮ້ອງ​ໃຫ້​ອາ​ເມ​ລິ​ກາ​ແລະ​ ສປປ ເກົາ​ຫຼີ​ລະ​ມັດ​ລະ​ວັງ​ຕໍ່ກິ​ລິ​ຍາ​ວາ​ຈາ​ຂອງ​ຕົນເພື່ອ​ຜ່ອນ​ຄາຍ​ສະ​ຖາ​ນະ​ການ​ທີ່​ເຄັ່ງ​ຕຶງ​ຢູ່​ແຫຼມ​ເກົາ​ຫຼີ
2017-08-13 15:45:17  cri 

ຕາມ​ຂ່າວCRI:ຕໍ່​ກໍ​ລະ​ນີ​ທີ່​ທ່ານໂດ​ນັນ ທ​ຣຳ, ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ​ແລະ​ລັດ​ຖະ​ບານ​ ສປປ​ ເກົາ​ຫຼີ​ປ່ຽນ​ກັນ​ຫວ່າມ​ຖ້ອຍ​ຄວາມ​ຂົ່ມ​ຂູ່​ກໍ່​ສົງ​ຄາມ​, ປະ​ຊາ​ຄົມ​ໂລກ​ກໍ​ໃຫ້​ຄວາມ​ສົນ​ໃຈ​​ໃນ​ລະ​ດັບ​ສູງ, ໂດຍເຕືອນ​ໃຫ້​ອາ​ເມ​ລິ​ກາ​ແລະ ສປປ ເກົາ​ຫຼີ​ ລະ​ມັດ​ລະ​ວັງ​ຕໍ່​ກິ​ລິ​ຍາ​ວາ​ຈາ​ຂອງ​ຕົນ, ​ ເພື່ອ​ຫຼີກ​ເວັ້ນບໍ່​ໃຫ້ຮ້າຍ​ແຮງ​ຂຶ້ນ​ຕື່ມ, ສະ​ຖາ​ນະ​ການ​ຢ່າງ​ເຄັ່ງ​ຕຶງ​ຂອງ​ແຫຼມ​ເກົາ​ຫຼີ​ນັບ​ມື້​ນັບ​ຮຸນ​ແຮງກວ່າ​ເກົ່າ.

ວັນ​ທີ 11 ສິງ​ຫາ​ນີ້, ທ່ານ​ອານ​ໂດ​ນີ​ໂອ ກູ​ເຕ​ເຣ​ສ, ເລ​ຂາ​ທິ​ການ​ໃຫຍ່​​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ສະ​ແດງ​ທ່າ​ທີ​ໂດຍ​ຜ່ານໂຄ​ສົກຂອງ​ຕົນວ່າ, ທ່ານ​ຮູ້​ສຶກ​ເປັນ​ຫ່ວງທີ່​ສຸດ​ຕໍ່​ການ​ຖົ​ກ​ຖຽງ​ກັນ​ລະ​ຫວ່າງ​ອາ​ເມ​ລິ​ກາ​ກັບ ສປປ ເກົາ​ຫຼີ​ ຮຸນ​ແຮງ​ຂຶ້ນ​ເລື້ອຍໆ, ທ່ານ​ເຫັນ​ວ່າ​ວຽກ​ງານ​ດ່ວນ​ທີ່​ສຸດ​ໃນ​ປັດ​ຈຸ​ບັນແມ່ນ​ຝ່າຍ​ຕ່າງໆ​ຄວນ​ນຳ​ໃຊ້​ມາດ​ຕະ​ການ. ເພື່ອ​ຜ່ອນ​ຄາຍ​ສະ​ຖາ​ນະ​ການ​ທີ່​ເຄັ່ງ​ຕຶງ​ຢູ່​ແຫຼມ​ເກົາ​ຫຼີ. ທ່ານ​ມີ​ຄວາມ​ຍິນ​ດີ​ຕໍ່​ຂໍ້​ລິ​ເລີ່ມ​ທັງ​ໝົດ​ທີ່​ມີ​ຜົນ​ດີ​ຕໍ່​ການ​ຜ່ອນ​ຄາຍ​ສະ​ຖາ​ນະ​ການ​ທີ່​ເຄັ່ງ​ຕຶງ, ແລະ​ຍິນ​ດີ​ໃຫ້​ຟື້ນ​ຟູ​ຄວາມ​ພະ​ຍາ​ຍາມ​ທາງ​ການ​ຕ່າງ​ປະ​ເທດ.

ວັນ​ທີ 11 ສິງ​ຫາ​ນີ້, ທ່ານ​ເຊີ​ເກ ລາ​ວຼົ​ຟ, ລັດ​ຖະ​ມົນ​ຕີ​​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຣັດ​ເຊຍ​ກ່າວ​ສ່າ, ການ​ຖົກ​ຖຽງ​ກັນ​ລະ​ຫວ່າງອາ​ເມ​ລິ​ກາ​ກັບ ສປປ ເກົາ​ຫຼີ​​ ໄດ້​ເກີນ​ຄວນ​ແລ້ວ, ຣັດ​ເຊຍ​ຫວັງ​ວ່າ​ສອງ​ຝ່າຍ​ຈະ​ຟື້ນ​ຟູສະ​ຕິ​​ຢ່າງ​ເປັນ​ປົກ​ກະ​ຕິ. ຣັດ​ເຊຍ​ແລະ​ຈີນ​ເຄີຍ​ສະ​ເໜີ​ແຜນ​ການ​ຟື້ນ​ຟູ​ການ​ເຈ​ລະ​ຈາ​ກ່ຽວ​ກັບ​ບັນ​ຫາ​ນິວ​ເຄຼຍ​ຢູ່​ແຫຼມ​ເກົາ​ຫຼີແລະບາດ​ກ້າວ​ທຳ​ອິດ​ກໍ​ແມ່ນ ຢຸດ​ 2 ການ​ກະ​ທຳ, ​ຄື: ສປປ ເກົາ​ຫຼີ​ ຢຸດ​​ການ​ຄົ້ນ​ຄວ້າ​ແລະ​ພັດ​ທະ​ນາ​​ນິວ​ເຄຼຍ​ທັງ​ໝົດ, ສ່ວນອາ​ເມ​ລິ​ກາ​ແລະສ.ເກົາ​ຫຼີ ຢຸດ​ການ​ຊ້ອມ​ຮົບ​ຮ່ວມ​ຂະ​ໜາດ​ໃຫຍ່​ທີ່ຖື​ເອົາ ສ​ປ​ປ ເກົາ​ຫຼີ​ເປັນ​ເປົ້າ​ໝາຍ​, ເພື່ອ​ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ການ​ເລີ່ມ​ຕົ້ນ​ການເຈ​ລະ​ຈາລະ​ຫວ່າງ​ສອງ​ຝ່າຍ​ແລະ​ບັນ​ລຸ​ການ​ປອດ​ນິວ​ເຄຼຍ​ຢູ່​ແຫຼ​ມ​ເກົາ​ຫຼີ​ໃນ​ສຸດ​ທ້າຍ. ຖ້າ​ວ່າ​ຄວາມ​ຂັດ​ແຍ້ງ​ລະ​ຫວ່າງສອງ​ຝ່າຍຮ້າຍ​ແຮງ​ຂຶ້ນ​ເລື້ອຍໆຈົນເກີດ​ສົງ​ຄາມ, ຝ່າຍ​ທີ່​ມີ​ກຳ​ລັງ​ແຂງແຮງກວ່າ​ແລະ​ມີ​ສະ​ຕິ​ກວ່າຄວນ​ຢ​ວ່າງ​ບາດ​ກ້າວຫ່າງ​ໄກ​ກັບ​ຄວາມ​ອັນ​ຕະ​ລາຍກ່ອນ. ນອກ​ນີ້, ທ່ານ​ເຊີ​ເກ ລາ​ວຼົຟຍັງເນັ້ນ​ວ່າ, ຣັດ​ເຊຍ​ບໍ່​ຍອມ​ຮັບ ສປປ ເກົາ​ຫຼີ​ ເປັນ​ປະ​ເທດ​ທີ່​ມີ​ອາ​ວຸດນິວ​ເຄຼຍ.

ວັນ​ທີ 10 ສິງ​ຫາ​ນີ້, ທ່ານ​ປັກ ໂສ ຮຽນ, ໂຄ​ສົກຊົງ​ວາ​ເດ​ທຳ​ນຽບປະ​ທາ​ນາ​ທິ​ບໍ​ດີ ສ.ເກົາ​ຫຼີ​ກ່າວ​ວ່າ, ​ຢູ່ແຫຼມ​ເກົາ​ຫຼີ​ເກີດສະ​ຖາ​ນະ​ການ​ເຄັ່ງ​ຕຶງແລະ​ການ​ປະ​ທະ​ກັນ​ທາງ​ການ​ທະ​ຫານຈະ​ບໍ່​ມີ​ຜົນ​ດີ​ຕໍ່​ປະ​ເທດ​ໃດ​ໆ, ປະ​ເທດ​ຕົນ​ຈະ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ​ອາ​ເມ​ລິ​ກາ​ແລະ​ປະ​ເທດອື່ນໆ​ທີ່​ສຳ​ຄັນ, ນຳ​ໃຊ້​ມາດ​ຕະ​ການ​ທີ່​ມີ​ຄວາມ​ຈຳ​ເປັນ​ເພື່ອ​ຜ່ອນ​ຄາຍ​ສະ​ຖາ​ນະ​ການ, ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ. ແລະ​ຈະ​ພະ​ຍາ​ຍາມ​ນຳ​ໃຊ້ມາດ​ຕະ​ການ​ທາງການ​ຕ່າງ​ປະ​ເທດ​​ເພື່ອ​ຜ່ອນ​ຄາຍ​ສະ​ຖາ​ນະ​ການ​ທີ່​ເຄັ່ງ​ຕຶງ, ແລະ​ເປີດ​ປະ​ຕູ​ເຈ​ລະ​ຈາກັບ​ ສ​ປ​ປ ເກົາ​ຫຼີ​ ໂດຍ​ຕະ​ຫຼອດ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ