ທີ​ມ​ເຈິ້ງ​ເຫີ ​​ກິດຈະກຳນັກ​ຂ່າວ​ແພນ​ດາ​ນ້ອຍກັບ​ຄືນ​ເມືອງ​ເສິງ​ຕູ່
2017-08-13 16:04:13  cri 

ນັບ​ແຕ່​​ເລີ່​ມຕົ້ນກິດຈະກຳ "ນັກ​ຂ່າວ​ແພນ​ດາ​ນ້ອຍ" ​​ເກັບ​ກຳຂ່າວ​ຮອບ​ໂລກ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ​ເຊິ່ງ​ເປັນ​ກິດຈະກຳຜັດປ່ຽນ​ເອົາ​ຂ່າວ​ສາທາລະນະ​ປະ​ໂຫຍ​ດຂະໜາດ​ໃຫຍ່ ​ເປັນຕົ້ນມາ, ທີ​ມ​ເຈິ້ງ​ເຫີ ​ໄດ້​ເປັນ​ທີ​ມສຳ​ເລັດ​ການ​ທັດສະນະ​ສຶກສາ​ທີ​ມທຳ​ອິດ ​ແລະ ກັບ​ຄືນ​ເມືອງ​ເສິງ​ຕູ່​ຈາກ​ນະຄອນຫຼວງກົວ​ລາ​ລຳ​ເປີ​ໃນ​ວັນ​ທີ 11 ສິງຫາ​ນີ້ ຫຼັງ​ໄດ້​ທັດສະນະ​ສຶກສາ​ 3 ຕົວ​ເມືອງ​ສຳຄັນຢູ່ຕາມ​ເສັ້ນທາງ​ສາຍ​ໄໝ​ທາງ​ທະ​ເລ ຄື ສິງກະ​ໂປ, ມາລາ​ກາ ​ແລະ ກົວ​ລາ​ລຳ​ເປີ.

ຢູ່​ສະຖານ​ທູດ​ຈີນ​ປະຈຳ​ມາ​ເລ​ເຊຍ, ນັກ​ຂ່າວ​ນ້ອຍ ​ໄດ້​ຂໍ​ຄວາມ​ຮູ້​ກ່ຽວ​ກັບ​ສະພາບ​ການ​ພັດທະນາ​ການ​ແລກປ່ຽນ​ວັດທະນະທຳ​ລະຫວ່າງ​ຈີນ​ແລະ​ມາ​ເລ​ເຊຍນຳ​ທ່ານ​ຈ່າງ​ເຈ​ຊິ່ນ ຫົວໜ້າ​ຫ້ອງການ​ວັດທະນະທຳ​ສະຖານ​ທູດ. ຂະນະ​ທີ່​ທ່ານ​ຈ່າງ​ເຈ​ຊິ່ນ ຢືນຢັນ​ວ່າ: ກິດຈະກຳ​ຕ່າງໆ ຄື ກິດຈະກຳ "ນັກ​ຂ່າວ​ແພນ​ດາ​ນ້ອຍ" ນີ້ ​ໄດ້​ຊຸກຍູ້​ການ​ແລກປ່ຽນ​ລະຫວ່າງ​ຊາວ​ໜຸ່ມ​ສອງ​ປະ​ເທດ. ​ແນວ​ໃດ​ກໍ​ດີ, ຊາວ​ໜຸ່ມ​ກໍ​ຄືອະນາຄົດ ​ແລະ ຄວາມ​ຫວັງ​ຂອງ​ຊາດ ສະນັ້ນ, ກິດຈະກຳ​ແລກປ່ຽນລະຫວ່າງ​ຊາວ​ໜຸ່ມ ຄື ກິດຈະກຳ​ເທື່ອ​ນີ້ ກໍສາມາດ​ເສີມຂະຫຍາຍ​ມິດຕະພາບ​ລະຫວ່າງ​ປະຊາຊົນ​ສອງ​ຊາດ​ຈີນ​ແລະ​ມາ​ເລ​ເຊຍ.


ຢູ່​ຫໍ​ວັດທະນະທຳ​ເຈິ້ງ​​ເຫີ ​ເມືອງ​ມາລາ​ກາ, "ນັກ​ຂ່າວ​ແພນ​ດາ​ນ້ອຍ" ​ໄດ້​ສຳນຶກ​ຮູ້​ເຖິງ​ສະພາບ​ທີ່​ຍິ່ງ​ໃຫຍ່​ຂອງ​ກອງ​ເຮືອ​ທີ່​ໃຫຍ່ຫຼວງຂອງ​ເຈິ້ງ​ເຫີຂະນະ​ເດີນທາງ​ເຖິງ​ເມືອງ​ມາລາ​ກາ​ໃນ​ສະ​ໄໝ​ນັ້ນ ຫຼັງ​ໄດ້​ຊົມ​ງານ​ວາງສະ​ແດງ​ວັດທະນະທຳ ​ແລະ​ໄດ້​ມອບຮູບ​ແຕ້ມ​ສີ​ໝີ​ແພນ​ດາຈາກ​ເສ​ສວນ​ໃຫ້​ແກ່​ຫໍ​ວັດທະນະທຳ​ເຈິ້ງ​ເຫີ. ນອກ​ນີ້, ນັກ​ຂ່າວ​ນ້ອຍ​ໃນ​ທີ​ມ​ເຈິ້ງ​ເຫີ ຍັງ​ແລກປ່ຽນ​ກັບ​ຄູ​ແລະ​ນັກຮຽນ​ຂອງ​ໂຮງຮຽນ​ສອນ​ພາສາ​ຈີນຫຼາຍ​ແຫ່ງ​ຂອງ​ສິງກະ​ໂປ ​ແລະ ​ມາ​ເລ​ເຊຍນຳ​ອີກ.


ກິດຈະກຳ "ນັກ​ຂ່າວ​ແພນ​ດາ​ນ້ອຍ" ​ໄດ້​ດຳ​ເນີນ​ໂດຍ​ພາຍ​ໃຕ້​ການ​ຊີ້​ນຳ​ຈາກ​ໜ່ວຍ​ຄົ້ນຄວ້າ​ການ​ພັດທະນາ​ເສດຖະກິດ​ແລະ​ການ​ເຜີຍ​ແຜ່​ວັດທະນະທຳ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ​ກໍຄື ສູນ​ພັດທະນາ​ວັດທະນະທຳ​ຄັງ​ສະໝອງ​ໂກ​ຊິ່ນ ​ແລະ​ການ​ສະໜັບສະໜູນ​ຈາກ​ກົມ​ຮ່ວມ​ມື​ສາກົນ​ ອົງການການ​ຂ່າວ, ພິມ​ຈຳໜ່າຍ, ວິທະຍຸ ​ແລະ ​ໂທລະພາບ​ແຫ່ງ​ຊາດ​ຈີນ ​ເພື່ອ​ສ້າງ​ພື້ນຖານ​ສັງຄົມ​ແຫ່ງການ​ເຊື່ອມ​​ຄວາມ​ສຳພັນ​ໄມຕີຂອງ​ປະຊາຊົນ​ປະ​ເທດ​ຢູ່​ລຽບ​ຕາມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ​ໃຫ້​ໜັກ​ແໜ້ນ ​ແລະ ​ເພີ່ມ​ທະວີ​ການ​ແລກປ່ຽນ​ລະຫວ່າງ​ຊາວ​ໜຸ່ມ​ຂອງ​ປະ​ເທດ​ເຫຼົ່ານີ້.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ