ກອງ​ທັບ​ເວ​ເນ​ຊຸ​ເອ​ລາ​ກ່າວ​ວ່າ, ຈະເດັດ​ດ່ຽວ​​ປົກ​ປ້ອງ​ອະ​ທິ​ປະ​ໄຕ​ປະ​ເທດ​ຕົນ​ໃນ​ທຸກ​ເວ​ລາ
2017-08-13 17:27:01  cri 
ຕໍ່​ກໍ​ລະ​ນີ​ທີ່​ທ່ານ​ໂດນັນ ທ​ຣຳ ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ ຫວ່ານ​ຖ້ອຍ​ຄວາມ​ໃນ​ວັນ​ທີ 11 ສິງ​ຫາ​ນີ້​ວ່າ ຈະ​ບໍ່​ປະ​ຕິ​ເສດ​ການ​ໃຊ້​ການ​ເຄື່ອນ​ໄຫວ​ທາງ​ການ​ທະ​ຫານ​ຕໍ່​ເວ​ເນ​ຊຸ​ເອ​ລາ​, ທ່ານ​ວາ​ລາ​ດີ​ເມຍ ​ພາດ​ຣິ​ໂນ ໂລ​ເພັສ ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ​ເວ​ເນ​ຊຸ​ເອ​ລາ​​ກ່າວ​ໃນ​ມື້​ດຽ​ວ​ກັນ​ວ່າ, ກອງ​ທັບ​​ປະ​ເທດ​ຕົນ​ຈະເດັດ​ດ່ຽວ​​ປົກ​ປ້ອງ​ອະ​ທິ​ປະ​ໄຕ​ອັນ​ຄົບ​ຖ້ວນ​ຂອງ​ປະ​ເທດ​​ຊາດ​ໃນ​ທຸກ​ເວ​ລາ.

​ທ່ານໂລ​ເພັ​ສ ອອກ​ຖະ​ແຫຼງ​ການ ໃນຕອນ​​ຄ່ຳ​​ວັນ​ດັ່ງ​ກ່າວວ່າ, ບໍ່​ວ່າ​ຈະ​ເກີດ​ເລື່ອງ​ຫຍັງ​ຂຶ້ນ, ກອງ​ທັບ​ເວ​ເນ​ຊຸ​ເອ​ລາ​​ກໍ່ຈະເດັດ​ດ່ຽວ​​ປົກ​ປ້ອງ​ອະ​ທິ​ປະ​ໄຕ​ອັນ​ຄົບ​ຖ້ວນ​ຂອງ​ປະ​ເທດ​ຕົນ​ໃນ​ທຸກ​ເວ​ລາ. ​ຂະ​ນະ​ດຽວ​ກັນ, ທ່ານ​ຕຳ​ນິວ່າ ຖ້ອຍ​ຄວາມ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ​​ເປັນ​ຖ້ອຍ​ຄວາມ​ທີ່​ປ່ວງບ້າ ແລະ​ຫົວ​ຈັດ.

​ຂະ​ນະ​ທີ່ທ່ານ​ເອ​ເນັ​ສ​ໂຕ ວິ​ເລ​ກັ​ສ​ ລັດ​ຖະ​ມົນ​ຕີ​ກະ​ຊວງ​ຖະ​ແຫຼງ​ຂ່າວ​ເວ​ເນ​ຊຸ​ເອ​ລາ ກໍກ່າວ​ຄຳ​ປາ​ໄສ​ທາງ​ໂທ​ລະ​ພາບ​ໃນ​ມື້​ດຽວ​ກັນ​ວ່າ, ອາ​ເມ​ລິ​ກາກ່າວ​ຖ້ອຍ​ຄວາມ​ຂົ່ມ​ຂູ່​ປະ​ເທດ​ຕົນ​ໜັກ​ໜ່ວງກວ່າ​ທຸກ​ຄັ້ງ​ຜ່ານ​ມາ, ນີ້​ຈະ​ເຮັດ​ໃຫ້​ປະ​ຊາ​ຊົນ​ເວ​ເນ​ຊຸ​ເອ​ລາ​​ສາ​ມັກ​ຄີ​ເປັນ​ເອ​ກະ​ພາບ​ກັນ​ເພື່ອ​ປະ​ຕິ​ເສດ​ການ​ແຊກ​ແຊງ ແລະ​ປົກ​ປ້ອງ​ປະ​ເທດ​ຊາດ.

ວັນ​ທີ 11 ສິງ​ຫາ​ນີ້, ທ່ານໂດ​ນັນ ​ທ​ຣຳ ປະ​ທາ​ນາ​ທິ​ບໍ​ດີ ກ່າວ​ວ່າ, ໃນການ​ຮັບ​ມື​ກັບ​ສະ​ຖາ​ນະ​ການ​ໃນ​ປັດ​ຈຸ​ບັນ​ຂອງ​ເວ​ເນ​ຊຸ​ເອ​ລາ, ອາ​ເມ​ລິ​ກາມີ​ຫຼາຍ​ທາງ​ເລືອກ​, ​ແລະ​ຕົນຈະ​ບໍ່ປະ​ຕິ​ເສດ​ຄວາມ​ອາດ​ເປັນ​ໄປ​ໄດ້​ທີ່​ຈະ​ໃຊ້ການ​ເຄື່ອນ​ໄຫວ​ທາງ​ການ​ທະ​ຫານ​ຕໍ່​ເວ​ເນ​ຊຸ​ເອ​ລາ. ນີ້​ແມ່ນ​ເທື່ອ​ທຳ​ອິດ​ທີ່​ລັດ​ຖະ​ບານ​ທ​ຣຳ ສະ​ແດງ​ທ່າ​ທີ​ດັ່ງ​ກ່າວ​ຕໍ່​ເວ​ເນ​ຊຸ​ເອ​ລາ ຫຼັງ​ຈາກ​ເວ​ເນ​ຊຸ​ເອ​ລາ​ປະ​ກາດ​ຈະ​ຈັດ​ການ​ເລືອກ​ຕັ້ງ​ກອງ​ປະ​ຊຸມຮ່າງ​ລັດ​ຖະ​ທຳ​ມະ​ນູນ​ແຫ່ງ​ຊາດ​ເປັນ​ຕົ້ນ​ມາ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ