ຜູ້​​ເບິ່ງການ​ແຂ່ງ​ຂັນແລ່ນ​ລານ​ຊິງ​ແຊ໊ມ​ໂລກ​ລອນດອນ ສ້າງ​ສະ​ຖິ​ຕິ​ໂລກ​ໃນ​ກິ​ເນ​ສ​ບຸກ
2017-08-14 11:17:41  cri 
ການ​ແຂ່ງ​ຂັນ​ແລ່ນ​ແລະ​ລານ​ຊິງ​ແຊ໊ມ​ໂລກລອນດອນ​ໄດ້​ປິດ​ສາກ​ລົງໃນ​ວັນ​ທີ 13 ສິງ​ຫາ​ນີ້ ໂດຍຄະ​ນະ​ກຳ​ມະ​ການ​ຈັດ​ງານ​ໄດ້​ປະ​ກາດ​ດ້ວຍ​ຄວາມ​ດີ​ໃຈ​ວ່າ: ຈຳ​ນວນ​ຜູ້​ຊືີ້​ປີ້​ເຂົ້າ​ຊົມ​ການ​ແຂ່ງ​ຂັນ​ໃນ 10 ມື້​ຜ່ານ​ມາ​ໄດ້​ສ້າງ​ສະ​ຖິ​ຕິກິ​ເນສບຸກ​ໃໝ່.

ຄະ​ນະ​ກຳ​ມະ​ການ​ເປີດ​ເຜີຍ​ໃນ​ວັນ​ທີ 13 ສິງ​ຫາ​ນີ້​ວ່າ: ໃນ 10 ມື້​ຜ່ານ​ມາ,ສາ​ມາດ​ຂາຍ​ປີ້​ເຂົ້າ​ຊົມ​ໄດ້ 7 ແສນ 5 ພັ​ນ​ໃບ ເຊິ່ງ​ເປັນ​ການ​ສ້າງ​ສະ​ຖິ​ຕິ​ໂລກ​ໃນກິ​ເນສບຸກ​ໃໝ່. ການ​ແຂ່ງ​ຂັນ​ມາ​ລາ​ທອນ​ຊາ​ຍ​ຍິງ​ທີ່​ມີ​ຈຸດ​ເລີ່ມ​ຕົ້ນຈາກ​ຂົວທາວ​ເມືອງ​ລອນດອນ​ໃນ​ວັນ​ທີ 6 ສິງ​ຫາ​ນີ້ ໄດ້​ດຶງ​ດູດ​ຜູ້​ຊົມ​ຕາມ​ຖະ​ໜົນ 150.000 ຄົນ ເຊິ່ງຕົວ​ເລກ​ດັ່ງ​ກ່າວ​ໄດ້​ເຮັດ​ໃຫ້​ຜູ້​ຈັດຮູ້​ສຶກ​ພູມ​ໃຈ​ຫຼາຍ.

ທ່ານ ຊີ​ບາ​ສ໌​ຕຽນ ນິວ​ໂປດ ໂຄວ ປະ​ທານ​ສະ​ຫະ​ພັນ​ແລ່ນ​ແລະ​ລານ​ສາ​ກົນ​ກ່າ​ວ​ວ່າ: ການ​ແຂ່ງ​ຂັນ​ດັ່ງ​ກ່າວ​ບໍ່​ພຽງ​ແຕ່​ໄດ້​ສ້າງສະ​ຖິ​ຕິ​ໂລກ​ໃນກິ​ເນສບຸກ​ໃໝ່​ເທົ່າ​ນັ້ນ ຫາກ​ຍັງ​ເປັນ​ສັນ​ຍານ​ສະ​ແດງ​ໃຫ້​ເຫັນ​ວ່າ​ປະ​ຊາ​ຊົນ​​ນັບ​ມື້​ນັບນິ​ຍົມ​ກິ​ລາແລ່ນ​ແລະ​ລານ. ທ່ານ ໂຄວ ກ່າວ​ຕື່ມ​ວ່າ: ປີ​ຜ່ານ​ມາ, ຕົນ​ໄດ້​ເຫັນ​ບຸກ​ຄົນ​ໃນວົງ​ການ​ການ​ແລ່ນ​ແລະ​ລານ​ຄ່ອຍໆ​ເລີ່ມ​ມີ​ຄວາມ​ໝັ້ນ​ໃຈ​ແລ້ວ ແລະມາດ​ຕະ​ການ​ທີ່​ເຄັ່ງ​ຄັດ​ແລະ​ການ​ປະ​ຕິ​ຮູບ​ທີ່​ເດັດ​ຂາດຂອງ​ສະ​ຫະ​ພັນ​​ແລ່ນ​ແລະ​ລານ​ສາ​ກົນເຮັດ​ໃຫ້​ຊາວ​ໂລກ​ເຊື່ອ​ໝັ້ນ​ວ່າ: ຄວນ​ຕັດ​ສິນ​ໃຈ​ປ່ຽນ​ແປງ​ກິ​ລາ​ແລ່ນ​ແລະ​ລານ​ໃຫ້​ກ້າວ​ໜ້າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ