ລາວ-ກຳປູເຈຍ ຕົກລົງແກ້ໄຂບັນຫາຊາຍແດນຢ່າງສັນຕິວິທີ
2017-08-14 15:40:45  cri 

ລາວແລະກຳປູເຈຍຕົກລົງແກ້ໄຂບັນຫາຊາຍແດນຢ່າງສັນຕິວິທີ ສອງຝ່າຍຕົກລົງຖອນ ທະຫານອອກຈາກເຂດທີ່ມີບັນຫາແລ້ວ, ຫລັງຈາກ
ນາຍົກລັດຖະມົນຕີຂອງສອງປະເທດໄດ້ພົບ ປະກັນທີ່ນະຄອນຫລວງວຽງຈັນໃນຕອນເຊົ້າວັນທີ 12 ສິງຫາ 2017.

ທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ແລະສົມເດັດ ຮຸນເຊນ ນາຍົກລັດຖະມົນຕີ ແຫ່ງລາຊະອານາຈັກກຳປູເຈຍ
ໄດ້ມີການພົບປະປຶກສາຫາລືແກ້ໄຂບັນ ຫາຊາຍແດນລະຫວ່າງຂອງປະເທດ ແລະ ຮ່ວມກັນຖະແຫລງຂ່າວພາຍຫລັງສຳເລັດການພົບປະ
ເຊິ່ງສັງລວມໄດ້ເນື້ອໃນສຳຄັນຄື: ສອງຝ່າຍໄດ້ປຶກສາຫາລືກັນຢ່າງກົງໄປກົງມາດ້ວຍ ຄວາມເປັນມິດເພື່ອບໍ່ໃຫ້ສະຖານະການໃນຂົງເຂດ
ນັ້ນເຄັ່ງຕຶງຫລືໃຊ້ກຳລັງຕໍ່ກັນ; ສອງຝ່າຍ ໄດ້ຕົກລົງຖອນທະຫານອອກຈາກເຂດທີ່ມີບັນຫາທັງໝົດ, ພາຍຫລັງ ສົມເດັດຮຸນເຊນ ໄດ້ສັ່ງ
ໃຫ້ຢຸດຕິການສ້າງເສັ້ນທາງເຂົ້າໄປເຂດດັ່ງກ່າວເພື່ຶອໃຫ້ສະຖານະການຢູ່ເຂດດັ່ງກ່າວເຂົ້າສູ່ສະພາບປົກກະຕິໂດຍໄວ, ສ້າງຄວາມເຊື່ອໝັ້ນ
ໃຫ້ປະຊາຊົນທັງສອງປະເທດວ່າຈະບໍ່ມີເຫດການທີ່ ບໍ່ເພິ່ງປາຖະໜາເກີດຂຶ້ນ; ສອງຝ່າຍ ໄດ້ປຶກສາຫາລື ແລະ ຕົກລົງກັນໃຫ້ຄະນະກຳ
ມາທິການ ຊາຍແດນຂອງສອງປະເທດ ກໍຄືສອງກະຊວງການຕ່າງປະເທດສືບຕໍ່ປຶກສາຫາລືພົບປະ ເຈລະ ຈາແກ້ໄຂບັນຫາຊາຍແດນທີ່
ຍັງບໍ່ທັນໄດ້ຕົກລົງປັກຫລັກໝາຍນຳກັນໃຫ້ສຳເລັດໄວ ເທົ່າທີ່ຈະ ໄວໄດ້.

ການພົບປະຂອງສອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ລາຊະອານາຈັກ ກຳປູເຈຍໃນຄັ້ງນີ້ມີຂຶ້ນເພື່ອປຶກສາຫາລືກັນແກ້ໄຂ
ສະພາບເຄັ່ງຕຶງຢູ່ເຂດຊາຍແດນລະຫວ່າງ ແຂວງອັດຕະປືຂອງລາວແລະຊຽງແຕງຂອງກຳປູເຈຍ, ພາຍຫລັງເກີດເຫດການຄວາມບໍ່ເຂົ້າ
ໃຈກັນເກີດຂຶ້ນໃນເຂດຊາຍແດນດັ່ງກ່າວ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ