ຮັ່ງ​ມີຍ້ອນໝາກ​ໂປມ​ ການ​ປູກ​ຕາມຫຼັກ​ວິ​ທະ​ຍາ​ສາດ​ແມ່ນ​ສິ່ງ​ສຳ​ຄັນ(ວິ​ດີ​ໂອ)
2017-08-14 16:34:53  cri 

 

ເມືອງ​ໂລ້​ຊ່ວນ​ແຂວງ​ສານ​ຊີ່ ສ​ປ ຈີນ ແມ່ນ​ເມືອງແຫ່ງ​ໝາກ​ໂປມ​ທີ່​ມີ​ຊື່​ສຽງ​ເຊິ່ງ​ປັດ​ຈຸ​ບັນ​ມີ​ເນື້ອ​ທີ່​ປູກ​ໝາກ​ໂປມເຖິງ 3 ໝື່ນກວ່າ​ເຮັກ​ຕາ, ກວມ 78% ຂອງເນື້ອ​ທີ່​ປູກ​ຝັງ​ໃນ​ທົ່ວ​ເມືອງແລະ​ສະ​ເລ່ຍ​ແລ້ວ, ກະ​ສິ​ກອນ 1 ແສນ 6 ໝື່ນ 1 ພັນ​ຄົນ, ຜູ້​ໜຶ່ງ​ປູກ​ 0,2 ເຮັກ​ຕາ ເປັນ​ທີ​ໜຶ່ງ​ໃນ​ທົ່ວ​ປະ​ເທດແລະ​ເຮັດ​ໃຫ້​ປະ​ຊາ​ຊົນ​ມີລາຍ​ໄດ້​​ຈາກການ​ປູກ​ໝາກ​ໂປມ 95%.

ປີ​ຜ່ານ​ມາ, ຜົນ​ຜະ​ລິດ​ໝາກ​ໂປມ​ທົ່ວ​ເມືອງ​ໂລ້​ຊ່ວນ ໄດ້ຫຼາຍກວ່າ 8 ແສນ 8 ໝື່ນ​ໂຕນ​ໂດຍ​ສາ​ມາດສ້າງ​ລາຍ​ໄດ້​​ເຖິງ 4 ຕື້ຢວນ, ລາຍ​ໄດ້​ສຸດ​ທິ​ຂອງ​ກະ​ສິ​ກອນ​ຜູ້​ໜຶ່ງບັນ​ລຸຫຼາຍກວ່າ​ໜຶ່ງ​ໝື່ນຢວນ​ຕະຫຼອດ​ໄລ​ຍະ5 ປີ​ຕິດ​ຕໍ່​ກັນ, ​ໃນ​ນີ້ 60% ຂອງຄອບ​ຄົວ​ປູກ​ໝາກ​ໂປມ ມີ​ລາຍ​ໄດ້ຫຼາຍກວ່າ 1 ແສນຢວນຕໍ່​ປີ​ນຳ​ມາ​ສູ່​ການ​ຊື້​ລົດສ່​ວນ​ຕົວ​ເຖິງ 4 ໝື່ນກວ່າ​ຄັນ. ທັງ​ໝົດ​ເຫຼົ່າ​ນີ້ ​ເປັນ​ຜົນ​​ມາ​ຈາກ​ເງື່ອນ​ໄຂ​ດິນ​ຟ້າ​ອາ​ກາດ​ແລະ​ດິນ​ທີ່​ອຳ​ນວຍ,ອີກ​ດ້ານ​ໜຶ່ງ ກໍ​​ປາ​ສະ​ຈາກ​ບໍ່​ໄດ້​ໃນ​ການ​ນຳ​ໃຊ້ຫຼັກ​ວິ​ທະ​ຍາ​ສາດເຂົ້າ​ໃນ​ການ​ປູກ​ໝາກ​ໂປມ.

 

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ