ອີ​ຣານ​ເພີ່ມ​ງົບ​ປະ​ມານພັດ​ທະ​ນາ​ຂີ​ປະ​ນາ​ວຸດ
2017-08-14 16:23:38  cri 
    ລັດ​ຖະ​ສະ​ພາ​ອີ​ຣານ​ໄດ້​ຜ່ານ​ຍັດ​ຕິ​ສະ​ບັບ​ໜຶ່ງ​ໃນ​ວັນ​ທີ 13 ສິງ​ຫານີ້ ໂດຍ​ຕົກ​ລົງ​ເພີ່ມ​ງົບ​ປະ​ມານ 500 ກວ່າ​ລ້ານ​ໂດ​ລາ​ສະ​ຫະ​ລັດ​ໃຫ້​ແກ່​ໂຄງ​ການ​ຄົ້ນ​ຄວ້າ​ພັດ​ທະ​ນາ​ຂີ​ປະ​ນາ​ວຸດ​ແລະ​ການ​ເຄື່ອນ​ໄຫວ​ຢູ່​ຕ່າງ​ປະ​ເທດ​ຂອງກອງ​ທັບ​ປະ​ຕິ​ວັດ​ອິ​ສ​ລາມ​ ເພື່ອ​ຮັບ​ມື​ກັບ​ການ​ຂວ້ຳ​ບາດຫຼ້າ​ສຸດຂອງ​ອາ​ເມ​ລິ​ກາ.

    ສະ​ມາ​ຊິກ​ສະ​ພາ 244 ຄົນ ​ທີ່​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ໃນ​ມື້​ດັ່ງ​ກ່າວ ​ມີ 240 ຄົນ​ເຫັນ​ດີ, ຈາກນັ້ນ ຍັດ​ຕິ​ດັ່ງ​ກ່າວ​ຈະ​ສົ່ງ​ໄປ​ໃຫ້​ຄະ​ນະ​ກຳ​ມະ​ການ​ປ້ອງ​ກັນ​ລັດ​ຖະ​ທຳ​ມະ​ນູນ​ເພື່ອ​ລົງ​ນາມ.

    ທ່ານ ອາ​ລີ ລາ​ຣີ​ຈາ​ນີ ປະ​ທານ​ລັດ​ຖະ​ສະ​ພາ​ອີ​ຣານ ກ່າວຫຼັງ​ປະ​ຊຸມໃນມື້​ດັ່ງ​ກ່າວ​ໂດຍບອກອາ​ເມ​ລິ​ກາ​ຕ້ອງ​ຮູ້​ແຈ້ງວ່າ, ຍັດ​ຕິ​ສະ​ບັບ​ນີ້​​ເປັນພຽງ​ແຕ່​​ບາດ​ກ້າວ​ທຳ​ອິດໃນ​ການຕໍ່​ຕ້ານ​ການ​ກະ​ທຳ​ທີ່​ບໍ່​ຮັບ​ຜິດ​ຊອບຂອງ​ອາ​ເມ​ລິ​ກາ​ຢູ່​ພາກ​ພື້ນ​ຕົນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ