ປະທານາທິບໍດີ​ອາ​ເມ​ລິ​ກາ​ລົງ​ນາມ​ມອບ​ສິດ​ກວດກາ "ການ​ປະພຶດ​ທາງ​ການ​ຄ້າຂອງ​ຈີນ"
2017-08-15 11:28:26  cri 

ວັນ​ທີ 14 ສິງຫາ​ນີ້, ທ່ານ​ໂດ​ນັນ ທຣຳ ປະທານາທິບໍດີ​ອາ​ເມ​ລິ​ກາ ​ໄດ້​ລົງ​ນາມ​ໃນ​ບົດ​ບັນທຶກ​ມອບ​ສິດ​ໃຫ້​ຜູ້ຕາງໜ້າ​ການ​ຄ້າ​ປະ​ເທດ​ຕົນ​ກວດກາບັນຫາ​ທີ່​ກ່າວ​ອ້າງ​ວ່າ "ການ​ປະພຶດ​ທາງ​ການ​ຄ້າ​ຂອງ​ຈີນ" ລວມທັງ​ການ​ປະພຶດ​ຕ່າງໆ ​​ໃນ​ຂົງ​ເຂດ​ຊັບ​ສິນ​ທາງ​ປັນຍາ ເປັນ​ເຕົ້ນການມອບ​ໂອນເຕັກນິກ. ຂະນະ​ທີ່​ການ​ກະທຳ​ຂອງ​ທ່ານ​ທຣຳ ​ໄດ້​ເຮັດ​ໃຫ້​ວົງ​ການ​ຕ່າງໆ​​ເປັນ​ຫ່ວງ​ທີ່​ອາ​ເມ​ລິ​ກາ​​ເຄື່ອນ​ໄຫວ​ແຕ່​ຝ່າຍ​ດຽວ ​ເຊິ່ງຈະນຳ​​ໄປ​ສູ່​​ເປັນ​ການ​ທຳລາຍ​ການ​ພົວພັນ​ດ້ານ​ເສດຖະກິດ​ການ​ຄ້າ​ລະຫວ່າງ​ສອງ​ປະ​ເທດ.

ຜູ້​ເບິ່ງ​ກວ້າງ​ເຫັນ​​ໄກ​ໃນ​ວົງ​ການ​ການ​ເມືອງ ​ແລະ ວົງ​ການ​ການ​ຄ້າ​ອາ​ເມ​ລິ​ກາຫຼາຍທ່ານ ຊີ້​ໃຫ້​ເຫັນ​ວ່າ: ຖ້າ​ລັດຖະບານ​ປະ​ເທດ​ຕົນ​ບໍ່​​ເອົາຫົວຊາ​ຕໍ່ກົດ​ລະບຽບ​ຂອງອົງການ​ການ​ຄ້າ​ໂລກ ​ແລະ ​ເຄື່ອນ​ໄຫວ​ແຕ່​ຝ່າຍ​ດຽວ​ເພື່ອ​ແກ້​ໄຂ​ຄວາມ​ຂັດ​ແຍ້​ງ​ກັບ​ຄູ່​ຄ້າ​ຂອງ​ຕົນ ບໍ່​ພຽງ​ແຕ່​ຈະ​ບໍ່​ເປັນຜົນ​ດີ​ຕໍ່​ການ​ແກ້​ໄຂ​ບັນຫາ​ເທົ່າ​ນັ້ນ, ​ແຕ່​ຍັງ​ຈະ​ກະທົບ​ເຖິງ​ຜົນ​ປະ​ໂຫຍ​ດຂອງ​ຜູ້​ບໍລິ​ໂພ​ກ ​ແລະ ວິ​ສາ​ຫະກິດ​ນຳ​ເຂົ້າ-ສົ່ງ​ອອກ ຂອງ​ປະ​ເທດ​ຕົນ​ອີກ​ດ້ວຍ.

ທ່ານ​ຮວ້າຊຸ່ນຢິງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ ກ່າວ​ໃນ​ວັນ​ທີ 14 ສິງຫາ​ນີ້​ວ່າ: ຈີນ​ຫວັງ​ວ່າ​ອາ​ເມ​ລິ​ກາ​ຈະ​ປະຕິບັດ​ຕໍ່​ບັນຫາ​ຕາມ​ຄວາມ​ເປັນ​ຈິງ, ຕີ​ລາຄາ​ຕໍ່​ຄວາມ​ພະຍາຍາມ​​ແລະ​ຄວາມ​ຄືບ​ໜ້າຂອງ​ຈີນ​​ໃນ​ການ​ອະນຸລັກ​ຊັບ​ສິນ​ທາງ​ປັນຍາ​ຢ່າງ​ພາວະ​ວິ​ໄສ ພ້ອມ​ດ້ວຍ​ຜົນສຳ​ເລັດ​ຂອງ​ຈີນ​ໃນ​ການ​ພັດທະນາ​ເສດຖະກິດ​ໂດຍການ​ປະດິດ​ສ້າງ​ໃໝ່​ດ້ວຍ​ຕົນ​ເອງ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ