ມາ​ເລ​ເຊ​ຍຈະ​ກໍ່ສ້າງ​ຫໍ​ປະຈຳ​ຊາດ​ຂອງ​ຕົນ​ຢູ່​ເມືອງ​ເສິງ​ຕູ
2017-08-15 11:33:06  cri 

ພິທີ​ເຊັນ​ສັນຍາກໍ່ສ້າງ​ໂຄງການ​ຫໍ​ປະຈຳ​ຊາດ​ມາ​ເລ​ເຊຍ​ທີ່​ຈະ​ສ້າງ​ຂຶ້ນຢູ່​ເຂດ​ທົດ​ລອງ​ການ​ຄ້າ​ເສລີຊ່ວງຫຼິວ​ເສິງ​ຕູ ສປ ຈີນ ​ໄດ້​ຈັດ​ຂຶ້ນຢູ່​ເມືອງ​ເສິງ​ຕູ ​ແຂວງ​ເສ​ສວນ ​ໃນ​ວັນ​ທີ 14 ສິງຫາ​ນີ້ ​ໂດຍ​ຫໍ​ປະຈຳ​ຊາດ​ດັ່ງກ່າວ​ເປັນ​ແຫ່ງ​ທຳ​ອິດ​ຢູ່​ຈີນ​ເພື່ອ​ສ້າງ​​ໃຫ້​ເປັນ​ເວທີ​​ແລກປ່ຽນສັງ​ລວມທີ່​ກວມ​ເອົາ​ເສດຖະກິດ, ວັດທະນະທຳ, ການ​ສຶກສາ, ທ່ອງ​ທ່ຽວ, ການວາງສະ​ແດງ, ການ​ລົງທຶນ ​ແລະ ການ​ບໍລິການ.

ທ່ານ​ຈ່າງ​ຈິ່ນສວນ ຮອງ​ຫົວໜ້າ​ປະຈຳການຄະນະຄຸ້ມ​ຄອງ​ປະຈຳ​ເຂດ​ເສິງ​ຕູ​ເຂດ​ການ​ຄ້າ​ເສລີ​ເສ​ສວນ​ຈີນ ຢືນຢັນ​ວ່າ: ຫໍ​ປະຈຳ​ຊາດ​ມາ​ເລ​ເຊຍ​ຈະ​ນຳ​ໃຊ້​ທ່າ​ແຮງ​ດ້ານ​ຊັບພະຍາກອນ​ຂອງ​ກະຊວງອຸດສາຫະກຳ​ການ​ຄ້າ​ສາກົນ​ຂອງປະ​ເທດ​ດັ່ງກ່າວ ​ເພື່ອ​ດຶງ​ດູດວິ​ສາ​ຫະກິດການ​ຄ້າ​ການ​ລົງທຶນ ​ແລະ ສິນຄ້າ​ທີ່​ມີ​ຄຸນນະພາ​ບຂອງ​ມາ​ເລ​ເຊຍ​ເຂົ້າມາ​​ຈີນ ​ແລະ​ຂະນະ​ດຽວ​ກັນ ກໍ​ຊຸກ​ດັນ​ວິ​ສາ​ຫະກິດ​ລົງທຶນ ​ແລະ ສິນຄ້າ​ຂອງ​ຈີນ​​ເຂົ້າ​ໄປພັດທະນາ​​ມາ​ເລ​ເຊຍ ​ແລະ​ຕະຫຼາດປະ​ເທດອື່ນໆ​ໃນ​ພາກພື້ນ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້.

​ໃນ​ພິທີ​ເຊັນ​ສັນຍາ​ດັ່ງກ່າວ, 4 ບໍລິສັດ​ຕົວ​ແທນ​ໃນ​ຂົງ​ເຂດ​ອາຫານ​ປະ​ເທດ​ມາ​ເລ​ເຊຍ ​ໄດ້​ລົງ​ນາມ​ໃນ​ສັນຍາ​ທີ່ຕາງໜ້າ​ວິ​ສາ​ຫະກິດ​ເຂົ້າປະຈຳ​ເຂດ​ທົດ​ລອງ​ການ​ຄ້າ​ເສລີ​ດັ່ງກ່າວ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ