ນາຍົກ​ລັດຖະມົນຕີ​ຍີ່ປຸ່ນ​ສົ່ງ​ຄ່າ​ເຊັ່ນ​ໄຫວ້​ໃຫ້ຫໍ​ໄຫວ້​ຢາ​ຊູ​ຄູ​ນີ 5 ປີ​ຊ້ອນ
2017-08-15 15:53:13  cri 

ວັນ​ທີ 15 ສິງຫາ​ນີ້, ທ່ານ​ຊິນ​​ໂຈ ອາ​ເບະ ນາຍົກລັດຖະມົນຕີຍີ່ປຸ່ນ ​ໄດ້​ສົ່ງ​ຄ່າ​ເຊັ່ນ​ໄຫວ້ໃຫ້​ຫໍ​ໄຫວ້​ຢາ​ຊູ​ຄູ​ນີທີ່​ເປັນ​ບ່ອນ​ຕັ້ງປ້າຍ​ຊື່​ອາຊະ​ຍາກອນ​ສົງຄາມ​ຊັ້ນ 1 ​ຂອງ​ຍີ່ປຸ່ນໃນ​ສະ​ໄໝ​ສົງຄາມ​ໂລກ​ຄັ້ງທີ 2 ​​ໃນ​ນາມ​​ປະທານ​ພັກ​ເສລີ​ປະຊາທິປະ​ໄຕ​ຍີ່ປຸ່ນ.

ຖື​ວ່າເປັນ 5 ປີຊ້ອນທີ່​ທ່ານ​ຊິນ​ໂຈ ອາ​ເບະ​ ສົ່ງຄ່າ​ເຊັ່ນ​ໄຫວ້​ໃຫ້​ຫໍ​ໄຫວ້ຢາ​ຊູ​ຄູ​ນີ​ໃນ​ວັນ​ຍີ່ປຸ່ນ​ຍອມ​ຈຳນົນ ນັບ​ແຕ່​ທ່ານ​ຂຶ້ນດຳລົງ​ຕຳ​ແໜ່​ງນາຍົກລັດຖະມົນຕີ​ເມື່ອ​ທ້າຍ​ປີ 2012 ​ເປັນຕົ້ນມາ.

​ໃນ​ຫໍ​ໄຫວ້​ຢາ​ຊູ​ຄູ​ນີ ​ໄດ້​ຕັ້ງປ້າຍ​ຊື່​ອາ​ຊະ​ຍາກ​ອນສົງຄາມ​ຊັ້ນ 1 ຂອງ​ຍີ່ປຸ່ນ​ໃນສົງຄາມ​ໂລກ​ຄັ້ງທີ 2 ຈຳນວນ 14 ຄົນ ລວມທັງ ຮີ​ເດ​ກິ ​ໂຕຈີ​ໂອະ. ​​ເປັນ​ເວລາ​ດົນ​ນານ​​ແລ້ວ​ທີ່ນັກ​ການ​ເມືອງ​ ​ແລະ ສະມາຊິກ​ສະພາ​ຍີ່ປຸ່ນບາງ​ຄົນ ​ຖື​ສຳຄັນ​ການ​ໄປ​ນະມັດສະການ​ຫໍ​ໄຫວ້​ຢາ​ຊູ​ຄູ​ນີ ​ແລະ ຖືກ​ຜູ້​ຮັກຫອມ​ສັນຕິພາບ​ຈຳນວນຫຼາຍພາຍ​ໃນ​ປະ​ເທດ​ຍີ່ປຸ່ນ​ແລະ​ປະຊາ​ຄົມ​ໂລກ​ຄັດ​ຄ້ານຢ່າງ​ຮຸນ​ແຮງ. ຂະນະ​ດຽວ​ກັນ ກໍ​ເຮັດ​ໃຫ້​ການ​ພົວພັນ​ລະຫວ່າງ​ຍີ່ປຸ່ນ​ກັບ​ປະ​ເທດ​ໃນ​ອາຊີ ​ເປັນຕົ້ນ ຈີນ ​ແລະ ສ.​ເກົາຫຼີ ​ເຄັ່ງ​ຕຶງ​ຂຶ້ນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ