ຈີນ​ແລະ​ອາ​ຊຽນ​ມີ​ຄວາມ​ສາ​ມາດ​ວາງ​ຫຼັກ​ການ​ຂອງ​ພາກ​ພື້ນ​ເພື່ອ​ຮັກ​ສາ​ສັນ​ຕິ​ພາບ​ແລະ​ສະ​ຖຽນ​ລະ​ພາບ​ຂອງ​ທະ​ເລ​ຈີນ​ໃຕ້
2017-08-15 11:01:03  cri 
ໃນການ​ຖະ​ແຫຼງ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 14 ສິງ​ຫາ​ນີ້, ທ່ານ​ນາງ ຮ​ວ້າ​ຊຸ່ນ​ຢິງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ: ຈີນ​ແລະ​ອາ​ຊຽນ​ມີ​ສະ​ຕິ​ປັນ​ຍາ​ແລະ​ຄວາມ​ສາ​ມາດ​ຄຸ້ມ​ຄອງແລະ​ຄວບ​ຄຸມ​ຄວາມ​ຂັດ​ແຍ້ງ​ກັນ​ໄດ້​ຢ່າງ​ເໝາະ​ສົມ ທັງ​ມີ​ຄວາມ​ສາ​ມາດວາງ​ຫຼັກ​ການ​ຂອງ​ພາກ​ພື້ນ​ດ້ວຍ​ຄວາມເປັນ​ເອ​ກະ​ພາບ ເພື່ອປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ​ແລະ​ສະ​ຖຽ​ນ​ລະ​ພາບ​ຂອງ​ທະ​ເລ​ຈີນ​ໃຕ້.

​ນັກ​ຂ່າວ​ຖາມ​ວ່າ: ​ອາ​ທິດ​ຜ່ານ​ມາ, ທ່ານ ວາງ​ຢີ້ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຂອງ​ການ​ຮ່ວມ​ມື​ອາ​ຊີ​ຕາ​ເວັນ​ອອກ​ພ້ອມ​ດ້ວຍກອງ​ປະ​ຊຸມ​ກ່ຽວ​ຂ້ອງ​ຕ່າງໆ. ຈີນ​ມີ​ຄຳ​ເຫັນ​ແນວ​ໃດ​ທີ່​ປະ​ເທດ​ຕົນໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດຊຸກ​ຍູ້​ການ​ຮ່ວມ​ມື​ຂອງ​ພາກ​ພື້ນ​ອາ​ຊີ​ຕາ​ເວັນ​ອອກ​ແລະ​ແກ້​ໄຂ​ບັນ​ຫາ​ຈຸດ​ສຸມ​ຂອງ​ພາກ​ພື້ນ.

ທ່ານ​ນາງ ຮ​ວ້າ​ຊຸ່ນ​ຢີງ ກ່າວ​ວ່າ: ທ່ານ ວາງ​ຢີ້ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ນຳ​ພາ​ຄະ​ນະ​ຜູ້​ແທນ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ການ​ຮ່ວມ​ມື​ອາ​ຊີ​ຕາ​ເວັນ​ອອກ​ພ້ອມ​ດ້ວຍກອງ​ປະ​ຊຸມ​ກ່ຽວ​ຂ້ອງຕ່າງໆ. ເຊິ່ງໂດຍ​ລວມ​ແລ້ວ, ກອງ​ປະ​ຊຸມ​ຄັ້ງ​ນີ້​ໄດ້​ມີ​ປັດ​ໄຈ​ທີ່​ຕັ້ງ​ໜ້າ​ແລະ​ມີ​ລັກ​ສະ​ນະ​ສ້າງ​ສັນ​ຫຼາຍ ເຊິ່ງສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ມຸ່ງ​ມາດ​ປາ​ຖະ​ໜາ​ທາງ​ການ​ເມືອງ​ຂອງ​ປະ​ເທດ​ຢູ່​ໃນ​ພາກ​ພື້ນ​​ທີ່​ເນັ້ນການ​ຮ່ວມ​ມື,ສະ​ແຫວງ​ຫາ​ການ​ພັດ​ທະ​ນາ,ຮ່ວມ​ກັນ​ຜະ​ເຊີນ​ກັບ​ສິ່ງ​ທ້າ​ທາຍ. ໂດຍ​ຈີນ​ກໍໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດ​ຂອງ​ຕົນ​ຢ່າງ​ສ້າງ​ສັນ​ແລະ​ຕັ້ງ​ໜ້າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ