ໃນໂອກາດເຂົ້າຮ່ວມພິທີລະນຶກວັນສ້າງຕັ້ງອາຊຽນຄົບຮອບ 50 ປີທີ່ກະຊວງການຕ່າງປະເທດມາເລເຊຍຈັດຂຶ້ນຢູ່ນະຄອນຫຼວງກົວລາລຳເປີໃນວັນທີ 14 ສິງຫານີ້, ທ່ານນາຈິບ ຕຸນ ຣະຊັກ, ນາຍົກລັດຖະມົນຕີມາເລເຊຍກ່າວວ່າ, ຜົນສຳເລັດໃນການສ້າງຕັ້ງອາຊຽນ, ເຮັດໃຫ້ພາກພື້ນອາຊຽນມີຄວາມຈະເລີນຮຸ່ນເຮືອງແລະສະຖຽນລະພາບ.
ທ່ານນາຈິບຊີ້ໃຫ້ເຫັນວ່າ, ອາຊຽນໄດ້ຮັກສານ້ຳໃຈມິດຕະພາບຕະຫຼອດມາ, ແລະຕັດສິນບັນຫາດ້ວຍການປຶກສາຫາລືແລະເປັນເອກະພາບກັນ, ທັງຮັບຮອງສິດອະທິປະໄຕຂອງປະເທດຕ່າງໆ, ແລະບໍ່ແຊກແຊງວຽກງານພາຍໃນຂອງປະເທດອື່ນ. ປະເທດຕົນເນັ້ນຄວາມປາດຖະໜາສ້າງປະຊາຄົມອາຊຽນທີ່ຖືຄົນເປັນກົກ, ຖືຄວາມສຸກຂອງປະຊາຊົນເປັນໃຈກາງຕະຫຼອດມາ, ເຮັດໃຫ້ປະຊາຊົນອາຊຽນເຂົ້າຮ່ວມການກໍ່ສ້າງປະຊາຄົມ, ຂະນະດຽວກັນກໍໄດ້ຮັບຜົນປະໂຫຍດຈາກການເຊື່ອມໂຍງເຂົ້າເປັນໜຶ່ງດຽວກັນຂອງອາຊຽນ.
ສະຖິຕິສະໄດ້ແດງໃຫ້ເຫັນວ່າ, GDP ຂອງອາຊຽນໄດ້ບັນລຸເຖິງ 2600 ຕື້ໂດລາ, ແມ່ນກຸ່ມເສດຖະກິດອັນດັບທີ 6 ໃນໂລກ, ແລະຄາດວ່າຮອດປີ 2050 ຈະກາຍເປັນກຸ່ມເສດຖະເກິດອັນດັບທີ 4 ໃນໂລກ. ທ່ານນາຈິບຊີ້ວ່າ, ປັດຈຸບັນ, ອາຊຽນແມ່ນກຳລັງສຳຄັນທີ່ຊຸກຍູ້ການເມືອງ, ຄວາມໝັ້ນຄົງແລະເສດຖະກິດຂອງພາກພື້ນ.