ຟິ​ລິບ​ປິນ​ດຶງ​ດູດ​ທຶນ​ຕ່າງ​ປະ​ເທດ​ເພີ່ມ​ຂຶ້ນ 57% ໃນ​ເດືອນ​ພຶດ​ສະ​ພາ​ຜ່ານ​ມາ
2017-08-15 16:24:33  cri 
    ໜັງ​ສື​ພິມ​ຟິ​ລິບ​ປິນ​ສະ​ຕາ​ລາຍ​ງານ​​ຫວ່າງມໍ່ໆ​ນີ້​ວ່າ, ຕາມ​ຂໍ້​ມູນ​ຂອງ​ທະ​ນາ​ຄານ​ກາງ, ທຶນ​ຕ່າງ​ປະ​ເທດ​ທີ່​ໄຫຼ​ເຂົ້າ​ປະ​ເທດ​ຕົນ​ໂດຍ​ກົງໃນ​ເດືອນ​ພຶດ​ສະ​ພາ​ຜ່ານ​ມາ ໄດ້​ບັນ​ລຸ​ເຖິງ 572 ລ້ານ​ໂດ​ລາ​ສະ​ຫະ​ລັດ ເຊິ່ງເພີ່ມ​ຂຶ້ນ 57% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ຜ່ານ​ມາ.

    ນັບ​ແຕ່​ເດືອນ​ມັງ​ກອນ​ຫາ​ເດືອນ​ພຶດ​ສະ​ພາ​ຜ່ານ​ມາ, ຟິ​ລິບ​ປິນ​ສາ​ມາດ​ດຶງ​ດູດ​ທຶນ​ຕ່າງ​ປະ​ເທດ​ໄດ້ 3 ຕື້​ໂດ​ລາ​ສະ​ຫະ​ລັດ ເຊິ່ງ​ຕົ້ນ​ຕໍ​ມາ​ຈາກ​ຍີ່​ປຸ່ນ, ອາ​ເມ​ລິ​ກາ, ຮົງ​ກົງ​ຈີນ, ສິງ​ກະ​ໂປ ແລະ​ມາ​ເລ​ເຊຍ​ທີ່​ລົງ​ທຶນ​ໃນ​ຂະ​ແໜງ​ການ​ເຮືອນ​ຢູ່​ທີ່​ດິນ, ການ​ເງິນ, ການ​ປະ​ກັນ​ໄພ, ຂະ​ແໜງ​ການ​ຜະ​ລິດ, ພະ​ລັງ​ງານ​ໄຟ​ຟ້າ, ອາຍ​ແກັ​ສ​ທຳ​ມະ​ຊາດ, ອາຍ​ຮ້ອນ​ແລະ​ເຄື່ອງ​ປັບ​ອາ​ກາດ ພ້ອມ​ດ້ວຍ​ການ​ຄ້າ​ຂາຍ​ຍົກ​ແລະ​ຂາຍ​ຍ່ອຍ.

    ເມື່ອປີ 2016, ລວມຍອດ​ຜະ​ລິດ​ຕະ​ພັນ​ພາຍ​ໃນ​ຂອງ​ຟິ​ລິບ​ປິນ ໄດ້​ເພີ່ມ​ຂຶ້ນ 6,9%, ແຕ່​ມາ​ຮອດ​ໄຕ​ມາດ​ທຳ​ອິດ​ປີນີ້ ໄດ້ຫຼຸດ​ລົງ​ເຖິງ 6,4%. ຂະ​ນະ​ດຽວ​ກັນ, ອັດ​ຕາ​ເງິນ​ເຟີ້​ສະ​ເລ່ຍແຕ່​ເດືອນ​ມັງ​ກອນ​ຫາ​ເດືອນ​ກໍ​ລະ​ກົດ​ຜ່ານ​ມາ​ຢູ່​ໃນ​ລະ​ດັບ 3,1% ເຊິ່ງ​ຍັງ​ຢູ່​ໃນເປົ້າ​ໝາຍ​ທີ່​ທະ​ນາ​ຄານ​ກາງ​ຕັ້ງ​ໄວ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ