ຈີນ ​ແລະ ​ເນ​ປານເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານຢາ​ແລະການແພດດັ້ງ​ເດີມ
2017-08-16 16:23:01  cri 
ວັນ​ທີ 16 ສິງຫາ​ນີ້, ທ່ານ​ວ່າງ​ຢາງ ຮອງ​ນາຍົກລັດຖະມົນຕີຈີນທີ່​ພວມ​ຢ້ຽມຢາມ​ເນ​ປານ ​ໄດ້​ກ່າວ​ຂະນະ​ທັດສະນະ​ສຶກສາ​ສູນ​ອົບຮົມ​ແລະ​ຄົ້ນຄວ້າ​ຢາ-​ການແພດ​ດັ້ງ​ເດີມ​ເນ​ປານ​ທີ່​ຈີນ​ຊ່ວຍ​ກໍ່ສ້າງ​ຢູ່​ນະຄອນຫຼວງກັດ​ມັນ​ດູວ່າ: ຈີນ​ແລະ​ເນ​ປານ​ລ້ວນ​ແຕ່​ມີ​ປະຫວັດສາດ​ດ້ານ​ຢາ​ແລະການ​ແພດດັ້ງ​ເດີມມາ​ເປັນ​ເວລາ​ດົນ​ນານ ​ເຊິ່ງສອງ​ຝ່າຍ​ຄວນ​ເພີ່ມ​ທະວີ​ການ​ຮ່ວມ​ມື​ ຄົ້ນຄວ້າ​, ​ນຳ​ໃຊ້​ຢາ​ແລະ​ການແພດ​ດັ້ງ​ເດີມ. ​ແນວ​ໃດ​ກໍດີ, ຈີນ​ຈະ​ສືບ​ຕໍ່​ເພີ່ມ​ທະວີ​ ສະໜັບສະໜູນ​ພາລະກິດ​ສາທາລະນະ​ສຸກ​ຂອງ​ເນ​ປານ ​ໃຫ້​ປະຊາຊົນ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຈາກ​ການ​ຮ່ວມ​ມື​ຂອງສອງ​ຝ່າຍຢ່າງ​ແທ້​ຈິງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ