ສະ​ມາ​ຊິກ​ສະ​ພາ​ເບ​ຣ​ຊິນ​ສະ​ເໜີ​ໃຫ້​ຕັ້ງ "ວັນ​ຊາວ​ຍ້າຍ​ຖິ່ນ​ຈີນ"
2017-08-16 16:20:26  cri 
    ແນວ​ໂຮມ​ສະ​ມາ​ຊິກ​ສະ​ພາ​ຈີນ​ຂອງ​ເບ​ຣ​ຊິນ ໄດ້​ຈັດ​ກິດ​ຈະ​ກຳ​ລະ​ນຶກ​ຊາວ​ຍ້າຍ​ຖິ່ນ​ຈີນ​ຢູ່​ຫ້ອງ​ປະ​ຊຸມ​ຄົບ​ຄະ​ນະ​ສະ​ພາ​ຕ່ຳ​ເບ​ຣ​ຊິນ​ໃນ​ວັນ​ທີ 15 ສິງ​ຫານີ້ ໂດຍ​ທ່ານ ຟູ​ສ​ຕີ​ອັນ ພີ​ນາ​ໂຕ ປະ​ທານ​ແນວ​ໂຮມ​ດັ່ງ​ກ່າວ ໄດ້​ສະ​ເໜີ​ຍັດ​ຕິ​ຕໍ່​ກອ​ງ​ປະ​ຊຸມ​ຄົບ​ຄະ​ນະ​ສະ​ພາ​ຕ່ຳ ໂດຍ​ຮຽກ​ຮ້ອງ​ໃຫ້​ກຳ​ນົດ​ເອົາ​ວັນ​ທີ 15 ສິງ​ຫາ​ຂອງ​ທຸກ​ປີ ເປັນ "ວັນ​ຊາວ​ຍ້າຍ​ຖິ່ນ​ຈີນ".

    ຍັດ​ຕິ​ດັ່ງ​ກ່າວ​ຊີ້​ອອກວ່າ, ການ​ກຳ​ນົດ​ວັນ​ຊາວ​ຍ້າຍ​ຖິ່ນ​ຈີນ ເປັນ​ການ​ຮັບ​ຮອງ​ຊາວ​ຈີນ​ທີ່​ຍ້າຍ​ຖິ່ນ​ໄປຢູ່​ເບ​ຣ​ຊິນ ເຊິ່ງ​ເຂົາ​ເຈົ້າ​ໄດ້​ຊ່ວຍ​ເບ​ຣ​ຊິນ​ຂຽນ​ປະ​ຫວັດ​ສາດ ແລະ​ຈະ​ສືບ​ຕໍ່​ຂຽນ​​ຕໍ່​ໄປ.

    ຕາມ​ການ​ບັນ​ທຶກ, ຕັ້ງ​ແຕ່​ຕົ້ນ​ສະ​ຕະ​ວັດ​ທີ 19 ກໍ​ມີ​ຊາວ​ຈີນ​ເດີນ​ທາງ​ເຖິງ​ເບ​ຣ​ຊິນ, ແຕ່​ຕາມ​ການ​ບັນ​ທຶກ​ທາງ​ການ​ຂອງ​ເບ​ຣ​ຊິນ, ຊາວ​ຈີນ​ທີ່​ເຖິງ​ເບ​ຣ​ຊິນ​ກຸ່ມ​ທຳ​ອິດ​ແມ່ນ​ວັນ​ທີ 15 ສິງ​ຫາ​ປີ 1900. ສະ​ນັ້ນ, ແນວ​ໂຮມ​ສະ​ມາ​ຊິກ​ສະ​ພາຊາວ​ຈີນ​ເບ​ຣ​ຊິນ ຈຶ່ງ​ສະ​ເໜີ​ໃຫ້​ກຳ​ນົດ​ເອົາ​ວັນ​ດັ່ງ​ກ່າວ​ເປັນ "ວັນ​ຊາວ​ຍ້າຍ​ຖິ່ນ​ຈີນ".
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ