ຈີນ​ຍິນ​ດີ​ຮ່ວມ​ມື​ກັບປະ​ເທດ​ຕ່າງໆ​​ຮ່ວມ​ສ້າງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ"
2017-08-17 11:23:26  cri 

ຫວ່າງ​ມໍ່ໆ​ມາ​ນີ້, ທ່ານ​ໂລ​ເຣນສ໌ ວອງ ລັດຖະມົນຕີ​ກະຊວງ​ພັດທະນາ​ແຫ່ງ​ຊາດ ​ທັງ​ເປັນລັດຖະມົນຕີ​ທີ​ສອງ​ກະຊວງ​ການ​ເງິນ​ສິງກະ​ໂປ ​ໄດ້​ຊົມ​ເຊີຍ​ຈີນທີ່​ວາງ​ຂໍ້​ລິ​ເລີ່​ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ​ເຊິ່ງຈະ​ປ່ຽນ​ແປງ​ຂະ​ບວນການ​ພັດທະນາ​ຂອງ​ອາຊີ​ໃນ​ຕໍ່ໜ້າ ​ແລະ​ກາຍ​ເປັນ​ເວທີ​ຮ່ວມ​ມື​ພາກ​ພື້ນທີ່​ມີ​ຄວາມ​ສາມາດບົ່ມ​ຊ້ອນ​​ໃຫຍ່​ທີ່​ສຸດ.

​ໃນ​ພິທີ​ຖະ​ແຫຼງຂ່າວ​ໃນວັນ​ທີ 16 ສິງຫາ​ນີ້, ທ່ານ​ນາງ​ຮວ້າຊຸ່ນຢິງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ ກໍ​ໄດ້​ກ່າວ​ຕໍ່​ຄຳ​ເຫັນ​ຂອງ​ທ່ານ​ໂລ​ເຣນສ໌ ວອງ ວ່າ: ຂໍ້​ລິ​ເລີ່​ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ຂອງ​ຈີນ​ໄດ້​ສອດຄ່ອງ​ກັບ​ກະ​ແສ​ຍຸກ​ປັດຈຸບັນລວມທັງ​ກົດ​ເກນການ​ພັດທະນາ ​ແລະ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ​ບັນດາ​ປະ​ເທດ ​ເຊິ່ງມີ​ອະນາຄົດ​ອັນ​ກວ້າງຂວາງ. ຈາກນີ້ ຈີນ​ຈຶ່ງ​ພ້ອມສືບ​ຕໍ່​ຮ່ວມ​ມືກັບປະ​ເທດ​ຕ່າງໆ ຍຶດຖືຫຼັກການ​ຮ່ວມ​ມື​ດ້ວຍ​ການປຶກສາ​ຫາລື​ກັນ, ກໍ່ສ້າງ​ຮ່ວມ​ກັນ ​ແລະ ຊົມ​ໃຊ້​ຮ່ວມ​ກັນ ​ໃນ​ການ​ສ້າງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ". ຂະນະ​ດຽວ​ກັນ​, ກໍ​ຈະເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ​ສິງກະ​ໂປ​ໃນ​ຂອບ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ", ຊຸກຍູ້​ສາຍ​ພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານ​ເພື່ອ​ກ້າວ​ໄປ​ພ້ອມ​ຍຸກ​ສະ​ໄໝ​ລະຫວ່າງ​ສອງ​ປະ​ເທດ​ໃຫ້​ມີ​ການ​ພັດທະນາ​ຍິ່ງໆ​ຂຶ້ນ ​ແລະ ສ້າງ​ຄວາມ​ຜາ​ສຸກ​ໃຫ້​ແກ່​ປະຊາຊົນ​ສອງ​ຊາດ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ