ເຈົ້າ​ໜ້າ​ທີ່​ລາວ​ຫວັງ​ວ່າ​ລາຍ​ການ​ວິ​ທະ​ຍຸ​ໂທ​ລະ​ພາບຈີນ​ເພີ່ມ​ການ​ອອກ​ອາ​ກາດ​ຢູ່​ລາວ
2017-08-17 15:59:24  cri 
ສະ​ຖານ​ກົງ​ສຸນ​ໃຫຍ່ຈີນ​ປະ​ຈຳ​ຫຼວງ​ພະ​ບາງ​ເປີດ​ເຜີຍ​ຂ່າວ​ໃນ​ວັນ​ທີ 16 ສິງ​ຫາ​ນີ້​ວ່າ, ທ່ານ​ສະ​ຫວັນ​ຄອນ ຣາ​ຊ​ມຸນ​ຕ​ຣີ ຮອງ​ລັດ​ຖະ​ມົນ​ຕີກ​ະ​ຊວງ​ຖະ​ແຫຼງ​ຂ່າວ, ວັດ​ທະ​ນະ​ທຳ​ແລະ​ທ່ອງ​ທ່ຽວ​ລາວ​ກ່າວ​ໃນ​ວັນ​ທີ 15 ສິງ​ຫາ​ນີ້​ໄດ້​ກ່າວ​ດ້ວຍ​ຄວາມຫວັງ​ໃຫ້​ລາວ-ຈີນ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນແລະ​ຮ່ວມ​ມື​ໃນ​ຂົງ​ເຂດ​ຖະ​ແຫຼງ​ຂ່າວ, ວັດ​ທະ​ນະ​ທຳ​ແລະ​ທ່ອງ​ທ່ຽວ, ໂດຍ​ສະ​ເພາະເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ການ​ເພີ່ມ​ລາຍ​ການ​ວິ​ທະ​ຍຸໂທ​ລະ​ພາບ​ຈີນ​ອອກ​ອາ​ກາດ​ຢູ່​ປະ​ເທດ​ຕົນ.

ໃນ​ໂອ​ກາດ​ເຂົ້າ​ຮ່ວມກອ​ງ​ປະ​ຊຸມ​ວຽກ​ງານ​ສື່ມວນ​ຊົນເຂດ​ພາກ​ເໜືອປະ​ຈຳ​ປີ​ທີ່​ຈັດ​ຂຶ້ນ​ຢູ່​ແຂວງ​ຫຼວງ​ພະ​ບາງໃນ​ວັນ​ທີ 15 ສິງ​ຫາ​ນີ້, ທ່ານ​ສະ​ຫວັນ​ຄອນ​ໄດ້​ຫາ​ລື​ກັບ​ທ່ານ​ລີ​ປາວ​ກວ່າງ, ສະ​ຖານ​ກົງ​ສຸນ​ໃຫຍ່​ຈີນ​ປະ​ຈຳ​ຫຼວງ​ພະ​ບາງ, ​ໂດຍສອງ​ຝ່າຍ​ໄດ້​ແລກ​ປ່ຽນ​ຄວາມ​ເຫັນ​ກ່ຽວ​ກັບ​ການ​ແລກ​ປ່ຽນ​ແລະ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຖະ​ແຫຼງ​ຂ່າວ ວັດ​ທະ​ນະ​ທຳ​ແລະ​ທ່ອງ​ທ່ຽວ​ລະ​ຫວ່າງ 6 ແຂວງ​ພາກ​ເໜືອ​ຂອງ​ລາວ​ກັບ​ຈີນ.

ທ່ານ​ສະ​ຫວັນ​ຄອມ​ກ່າວ​ວ່າ, ​ຫຼາຍ​ປີ​ຜ່ານ​ມາ, ສາຍ​ພົວ​ພັ​ນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ລະ​ຫວ່າງ​ສອງ​ປະ​ເທດຍາດ​ໄດ້​ຮັບ​ຜົນ​ງານ​ຢ່າງ​ຫຼວງ​ຫຼາຍ, ​ໂດຍ​ເປັນ​ສ່ວນ​ສຳ​ຄັນ​ຊຸກ​ຍູ້​ການ​ແລກ​ປ່ຽນ​ແລະ​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ​ໃນ​ຂົງ​ເຂດ​ຖະ​ແຫຼງ​ຂ່າວ ວັດ​ທະ​ນະ​ທຳ​ແລະ​ທ່ອງ​ທ່ຽວ​ແລະ​ອື່ນໆ, ເສີມ​ຂະ​ຫຍາຍ​ບົດ​ບາດ​ສຳ​ຄັນ​ຕໍ່​ການ​ເພີ່ມ​ຄວາມ​ເຂົ້າ​ໃຈ​ແລະ​ນ້ຳ​ໃຈມິດ​ຕະ​ພາບ​ຂອງ​​​ປະຊາ​ຊົນ​ສອງ​ປະ​ເທດ. ສະ​ມາ​ຄົມ​ນັກ​ຂ່າວພາກ​ເໜືອ​ລາວ​ຄວນ​ເສີມ​ຂ​ະ​ຫຍາຍ​ທ່າ​ແຮງ​ຈາກ​ການ​ມີ​ທີ່​ຕັ້ງ​ຕິດ​ຊາຍ​ແດນ, ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ແລະ​ການ​ຮ່ວມ​ມື​ກັບ​ແຂວງ​ຢຸນ​ນານ​ແລະ​ເຂດກວາງ​ຊີ​ຂອງ​ຈີນ​ຕື່ມ​ອີກ, ຫວັງ​ວ່າ​ສອງ​ຝ່າຍ​​ຈະ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ຍົກ​ລະ​ດັບ​ບຸກ​ຄະ​ລາ​ກອນ​ສື່ມວນ​ຊົນ, ​ອຸ​ປະ​ກອນ​ການ​ເກັບ​ກຳ​ຂ່າວ​ແລະເພີ່ມ​ລາຍ​ການ​ວິ​ທະ​ຍຸໂທ​ລະ​ພາບ​ຈີນ​ອອກ​ອາ​ກາດ​ຢູ່​ລາວ​ແລະ​ອື່ນໆ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ