ຈີນ​ແລະ​ຟິ​ລິບ​ປິນ​ມີ​ສະ​ຕິ​ປັນ​ຍາ​ແລະສາ​ມາດເຮັດ​ໃຫ້​ທະ​ເລ​ຈີນ​ໃຕ້​ກາຍ​ເປັນ​ທະ​ເລ​ແຫ່ງ​ສັນ​ຕິ​ພາບ, ມິດ​ຕະ​ພາບ​ແລະ​ການ​ຮ່ວມ​ມື
2017-08-17 15:13:39  cri 
    ມີ​ນັກ​ຂ່າວ​ຖາມຫຼັງພິ​ທີ​ຖະ​ແຫຼງ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 16 ສິງ​ຫານີ້ ໂດຍ​ອ້າງຕາມແຫຼ່ງ​ຂ່າວ​ວ່າ, ທ່ານ ຄາ​ຢາ​ທາ​ໂນ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຟິ​ລິບ​ປິນໄດ້ກ່າວ​ຕໍ່​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ໃນ​ວັນ​ທີ 15 ສິງ​ຫານີ້​ວ່າ, ຟິ​ລິບ​ປິນ​ແລະ​ຈີນ​ພວມ​ປຶກ​ສາ​ຫາ​ລື​ກັນ​ກ່ຽວ​ກັບ​ການ​ເຊັນ​ສັນ​ຍາ​ການ​ຄ້າ​ວ່າ​ດ້ວຍ​ການ​ຮ່ວມ​ກັນ​ສຳຫຼວດ​ແລະ​ຂຸດ​ຄົ້ນ​ຊັບ​ພະ​ຍ​າ​ກອນ​ນ້ຳ​ມັນ​ເຊື້ອ​ໄຟ​ແລະ​ອາຍ​ແກັ​ສ​ທຳ​ມະ​ຊາດ​ຢູ່​ເຂດ​ທີ່​ມີ​ຄວາມ​ຂັດ​ແຍ້ງ​ກັນ​ຢູ່​ທະ​ເລ​ຈີນ​ໃຕ້. ຈີນ​ສາ​ມາດ​ຢືນ​ຢັນ​ຂ່າວນີ້​ໄດ້​ບໍ່?

    ທ່ານ​ນາງ ຮ​ວ້າ​ຊຸ່ນ​ຢິງ ໂຄ​ສົກ​ກະ​ຊວງ​ກາ​ນ​ຕ່າງ​ປະ​ເທດ​ຈີນ​ຕອບ​ວ່າ, ທີ່​ຈິງ​ແລ້ວ, ໃນ​ຊຸມ​ປີ 1980, ຈີນ​ກໍ​ໄດ້​ສະ​ເໜີ​ຂໍ້​ລິ​ເລີ່ມ​ການ "ໂຈະ​ ​ຄວາມ​ຂັດ​ແຍ້ງ​ກັນໄວ້ ແລະ​ພັດ​ທະ​ນາ​ຮ່ວມ​ກັນ" ໃນ​ບັນ​ຫາ​ທະ​ເລ​ຈີນ​ໃຕ້ ໂດຍ​​ເລັງ​ໃສ່​ຟິ​ລິບ​ປິນ​ກ່ອນ. ​ແນວ​ໃດ​ກໍ​ດີ, ອີງ​ຕາມ​ກົດ​ໝາຍ​ລະ​ຫວ່າ​ງ​ຊາດ​ແລະ​ການ​ປະ​ຕິ​ບັດ​ຕົວ​ຈິງ​ໃນ​ສາ​ກົນ, ກ່ອນ​ແກ້​ໄຂ​ບັນ​ຄວາມ​ຂັດ​ແຍ້ງ​ກັນ​ທາງ​ທະ​ເລ​ໃນ​ຂັ້ນ​ສຸດ​ທ້າຍ, ປະ​ເທດ​ທີ່​ກ່ຽວ​ຂ້ອງ​ຄວນ​ຮັກ​ສາ​ຄວາມ​ອົດ​ທົນ ເພື່ອ​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ​ແລະ​ສະ​ຖຽນ​ລະ​ພາບ​ຂອງ​ເຂດ​ທະ​ເລ​ຈີນ​ໃຕ້ ແລະ​ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ການ​ແກ້​ໄຂ​ຄວາມ​ຂັດ​ແຍ້ງ​ກັນ​ໃນ​ຂັ້ນ​ສຸດ​ທ້າຍ.

    ທ່ານນາງ ຮ​ວ້າ​ຊຸ່ນ​ຢິງ ກ່າວ​ຕື່ມ​ວ່າ, ຈີນ​ເຊື່ອ​ທີ່​ສຸດ​ຄື, ຂໍ​ແຕ່​​ຍຶດ​ໝັ້ນ​ຈິດໃຈ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ແລະ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ແລ້ວ, ສອງ​ປະ​ເທດ​ຈີນ​ແລະ​ຟິ​ລິບ​ປິນ ກໍ​ຍ່ອມ​ມີ​ສະ​ຕິ​ປັນ​ຍາ​ແລະ​ສາ​ມາດ​ພົບ​ວິ​ທີ​ແກ້​ໄຂ​ທີ່​ສອງ​ຝ່າຍ​ຮັບ​ຮອງ​ ຮ່ວມ​ກັນໄດ້​ ເພື່ອເຮັດ​ໃຫ້​ສອງ​ລັດ​ແລະ​ປະ​ຊາ​ຊົນ​ສອງ​ຊາດ​ໄດ້​ຮັບ​ຜົນ​ປະ​ໂຫຍດ ແລະ​ເຮັດ​ໃຫ້​ທະ​ເລ​ຈີນ​ໃຕ້ ກາຍ​ເປັນ​ທະ​ເລ​ແຫ່ງ​ສັນ​ຕິ​ພາບ, ມິດ​ຕະ​ພາບ ແລະ​ການ​ຮ່ວມ​ມື​ຢ່າງ​ແທ້​ຈິງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ