ກອງປະຊຸມໜ່ວຍງານປາບປາມຢາເສບຕິດປະເທດບຣິກສ໌ຄັ້ງທີ 3 ໄດ້ໄຂຂຶ້ນຢູ່ເມືອງເວີ່ຍໄຫແຂວງຊ່ານຕຸ່ງ ສປ ຈີນໃນວັນທີ 16 ສິງຫານີ້ ໂດຍມີຜູ້ແທນ ຈີນ, ອາຟຣິກາໃຕ້, ເບຣຊິນ, ຣັດເຊຍ ແລະອິນເດຍ 20 ກວ່າທ່ານເຂົ້າຮ່ວມ.
ກອງປະຊຸມໄດ້ໄຂຂຶ້ນທ່າມກາງບັນຍາກາດສາມັກຄີມິດຕະພາບບົນຈິດໃຈ "ລົງເລິກສາຍພົວພັນຄູ່ຮ່ວມບຣິກສ໌, ສ້າງອະນາຄົດທີ່ສົດໃສກວ່າເກົ່າ" ໂດຍຝ່າຍຕ່າງໆ ໄດ້ແລກປ່ຽນສະພາບການຢາເສບຕິດແລະວຽກງານປາບປາມຢາເສບຕິດຂອງແຕ່ລະປະເທດ ແລະເຫັນວ່າ ປະເທດບຣິກສ໌ ມີຄວາມສາມາດຊົ່ມຊ້ອນຢ່າງຫຼວງຫຼາຍໃນຂົງເຂດນີ້.
ກອງປະຊຸມໄດ້ຮັບຮອງດ້ານຫຼັກການກ່ຽວກັບ "ກົດລະບຽບເຮັດວຽກຂອງໜ່ວຍງານປາບປາມຢາເສບຕິດປະເທດບຣິກສ໌" ສະບັບທຳອິດນັບແຕ່ສ້າງຕັ້ງກົນໄກບຣິກສ໌ເປັນຕົ້ນມາ ແລະໄດ້ລົງນາມໃນ "ບົດບັນທຶກກອງປະຊຸມໜ່ວຍງານປາບປາມຢາເສບຕິດປະເທດບຣິກສ໌ຄັ້ງທີ 3". ແນວໃດກໍດີ, ຜົນປະຊຸມດັ່ງກ່າວຈະຍື່ນໃຫ້ກອງເລຂາຄະນະກະກຽມການພົບປະຄັ້ງທີ 9 ລະຫວ່າງຜູ້ນຳປະເທດບຣິກສ໌ 2017 ພິຈາລະນາອີກຕໍ່ໜຶ່ງ.