ສ້າງຕັ້ງໜ່ວຍ​ປິ່ນປົວ​ສາກົນຢູ່ຊາຍ​ແດນ​ຈີນ-ລາວ
2017-08-18 11:17:06  cri 

​ແຫຼ່ງຂ່າວ​ຈາກ​ໂຮງໝໍ​ປະຊາຊົນ​ກິ່ງ​ແຂວງ​ສິບ​ສອງ​ພັ່ນ​ນາ​ແຂວງ​ຢຸນນານ ສປ ຈີນ ​ໃຫ້​ຮູ້​ໃນ​ວັນ​ທີ 17 ສິງຫາ​ນີ້​ວ່າ: ໜ່ວຍ​​ແພດສຸກ​ເສີນ​ການ​ປິ່ນປົວ​ສາກົນ​ສິບ​ສອງ​ພັ່ນ​ນາຈີນ-​ເຂດ​ພາກ​ເໜືອ​ລາວ ​ໄດ້​ສ້າງຕັ້ງຂຶ້ນຢູ່​ແຂວງຫຼວງນ້ຳ​ທາ ສປປ ລາວຢ່າງ​ເປັນ​ທາງ​ການ ​ແລະ​ເປັນ​ໜ່ວຍ​ງານທຳ​ອິດ​ຢູ່​ພາກ​ເໜືອ​ລາວ ​​ໂດຍ​ຈະ​ປະຕິບັດ​ໜ້າ​ທີ່​ສຳຄັນ​ໃນ​ການ​ຮັບ​ມື​ຂ້າມ​ຊາດ​ສຸກ​ເສີນ ຂະນະ​ເກີດ​ໄພພິບັດ​ກະທັນຫັນ ​ເປັນຕົ້ນ ​ແຜ່ນດິນ​ໄຫວ, ນ້ຳ​​ຊຸ​ທັ່ງ​ດິນ​ພູເຈື່ອນ ​ແລະ​ອື່ນໆ.

ຂ່າວ​ລາຍ​ງານ​ຕື່ມ​ວ່າ: ການ​ສ້າງຕັ້ງໜ່ວຍ​ປິ່ນປົວ​ດັ່ງກ່າວ​ແມ່ນ​ສ່ວນ​ໜຶ່ງ​ຂອງ​ໂຄງການ​ສ້າງ​ໜ່ວຍ​ຮ່ວມ​ມື​ການ​ບໍລິການການ​ປິ່ນປົວ​ແລະ​ສາທາລະນະ​ສຸກ 5 ​ແຂວງຊາຍ​ແດນ​ຈີນ-ລາວ, 10 ບວກ 1 ​ໂດຍ​ການຈັດຕັ້ງປະຕິບັດ​ຂອງຄະນະ​ກຳມະການ​ສາທາລະນະ​ສຸກ​ແລະ​ການວາງ​ແຜນ​ຄອບຄົວ​ແຫ່ງ​ຊາດ​ຈີນ-ອາ​ຊຽນ. ນັບ​ແຕ່​ເດືອນ​ພຶດສະພາ​ປີ​ນີ້​ເປັນຕົ້ນ​ໄປ, ​ໂຮງໝໍ​ປະຊາຊົນ​ກິ່ງ​ແຂວງ​ສິບ​ສອງ​ພັ່ນ​ນາ ​ໄດ້​ຍົກ​ລະດັບ​ຄວາມ​ສາມາດການ​ຮັບ​ມື​ສຸກ​ເສີນ​ແລະ​ການປະຖົມພະຍາບານ​ໃຫ້​ແກ່​ພະນັກງານ​ແພດ​ຂອງ​ໂຮງໝໍ​ແຂວງ​ຕ່າງໆຢູ່​ພາກ​ເໜືອ​ລາວ ​ເຊິ່ງ​ເປັນ​ການ​ສ້າງ​ພື້ນຖານ​ໃຫ້​ແກ່​ການ​ສ້າງ​ຄວາມ​ສາມາດ​ດ້ານ​ການ​ນຳສົ່ງ ​ແລະ ປິ່ນ​ປົວ​ຄົນ​ເຈັບ​ຂອງ​ທ້ອງ​ຖິ່ນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ