ຟີ​ລິບ​ປິນ​ຈະ​ອອກ​ວີ​ຊ່າກັບ​ດ່ານ​ໃຫ້ພົນ​ລະ​ເມືອງ​ຈີນ​ເປັນ​ບາງ​ສ່ວນ
2017-08-18 10:59:11  cri 
ວັນ​ທີ 17 ສິງ​ຫາ​ນີ້, ກົມ​ຄຸ້ມ​ຄອງ​ແລະ​ກວດ​ຄົນ​ເຂົ້າ​ເມືອງຟີ​ລິບ​ປິນ​ໄດ້​ເປີດ​ເຜີຍ​ວ່າ: ເພື່ດ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ແລະ​ນັກ​ລົງ​ທຶນ​ຈີນ​ໃຫ້​ຫຼາຍກວ່າ​ເກົ່າ, ລັດ​ຖະ​ບານ​ຈະ​ອອກ​ນະ​ໂຍ​ບາຍ​ວີ​ຊ່າ​ກັບ​ດ່ານ​ໂດຍ​ເປົ້າ​ໝາຍ​ເນັ້ນ​ນັກ​ທ່ອງ​ທ່ຽວ​ເປັນ​ຄະ​ນະ,ນັກ​ທຸ​ລະ​ກິດ​ແລະ​ຜູ້​ຕາງ​ໜ້າ​ທີ່​ເຂົ້າ​ຮ່ວມກອງ​ປະ​ຊຸມ.

ກົມ​ດັ່ງ​ກ່າວລະ​ບຸ​ເນື້ອ​ໃນໃນ​ຖະ​ແຫຼງ​ການ​ວ່າ: ນະ​ໂຍ​ບາຍ​ວີ​ຊ່າ​ກັບ​ດ່ານ​ດັ່ງ​ກ່າວ​ເໝາະ​ໃຊ້​ກັບ​ພົນ​ລະ​ເມືອງ​ຈີນ 3 ປະ​ເພດຄື: ສະ​ມາ​ຊິກ​ຄະ​ນະ​ທ່ອງ​ທ່ຽວ​ທີ່​ບໍ​ລິ​ສັດ​ທ່ອງ​ທ່ຽວ​ຈັດ​ຕັ້ງທີ່​ໄດ້​ຮັບ​ການມອບ​ສິດ​ຈາກຂະ​ແໜງ​ການ​ທ່ອງ​ທ່ຽວ​ຟີ​ລິບ​ປິນ; ນັກ​ທຸ​ລະ​ກິດ​ທີ່​ໄດ້​ຮັບການ​ຢັ້ງ​ຢືນ​ຈາກ​ສະ​ພາ​ການ​ຄ້າ​ຟີ​ລິບ​ປິນ​ຫຼື​ຕ່າງ​ປະ​ເທດ​ກໍ​ຄື​ພາກ​ລັດ​ອື່ນໆ; ຜູ້​ຕາງ​ໜ້າ​ແລະ​ນັກ​ກິ​ລາ​ທີ່​ເຂົ້າ​ຮ່ວມກອງ​ປະ​ຊຸມ​ແລະ​ງານ​ວາງ​ສະ​ແດງ​ຢູ່​ຟີ​ລິບ​ປິນ.

ຖະ​ແຫຼງ​ການ​ເນັ້ນ​ວ່າ: ນັກ​ທ່ອງ​ທ່ຽວ​ຈີນ​ທີ່ຂໍ​ວີ​ຊ່າ​ກັບ​ດ່ານ​ຕ້ອງ​ຍື່ນ​ໃບ​ສະ​ໜີ​​ຂໍ​ຕໍ່​ກົມ​ຄຸ້ມ​ຄອງ​ແລະ​ກວດ​ຄົນ​ເຂົ້າ​ເມືອງ​​ຟີ​ລິບ​ປິນລ່ວງ​ໜ້າ 10 ວັນ​ໂດຍ​ຜ່ານ​ບໍ​ລິ​ສັດ​ທ່ອງ​ທ່ຽວ​ກ່ອນ​ຈະ​ອອກ​ເດີນ​ທາງຫຼັງນັກ​ທ່ອງ​ທ່ຽວ​ໄດ້​ຮັບ​ວີ​ຊ່າ​ກັບ​ດ່ານ​ກໍ​ສາ​ມາດ​ຢູ່​ຟີ​ລິບ​ປິນ​ໄດ້ 30 ວັນ ແລະ​ຈະ​ຂໍ​ຕໍ່​ເພີ່ມ​ອີກ​ບໍ່​ໃຫ້​ກາຍ 6 ເດືອນ.

ແນວ​ໃດ​ກໍ​ດີຈະ​ປະ​ຕິ​ບັດ​ນະ​ໂຍ​ບາຍ​ດັ່ງ​ກ່າວ​ໃນ​ເວ​ລາ​ໃດ, ກົມ​ດັ່ງ​ກ່າວ​ກ່າວ​ວ່າ​: ປັດ​ຈຸ​ບັນ​ຍັງ​ບໍ່​ມີ​ເວ​ລາ​ທີ່​ແນ່ນອນ​ເທື່ອ ເນື່ອງ​ຈາກ​ຕ້ອງ​ໄດ້​ຄົ້ນ​ຄວ້າ​ຢ່າງ​ລະ​ອຽດ​ຕື່ມ​ອີກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ