ທ່ານ​ຮູ້​ມະ​ຫະ​ກຳ​ກິ​ລາ​ຊີ​ເກມ​ລະ​ອຽດເທົ່າ​ໃດ?
2017-08-18 17:25:19  cri 


ກິ​ລາ​ຊຽບ​ເກມ​ກໍ່​ຕັ້ງ​ຂຶ້ນ​ໂດຍ​ປະ​ເທດ​ໄທ, ແມ່ນ​​ມະ​ຫະ​ກຳ​ກິ​ລາ​ຂອງ​ປະ​ຊາ​ຊາດ​ໃນ​ພາກ​ພື້ນ ໂດຍ​ປະ​ເທດ​ທີ່​ຈະເປັນ​ເຈົ້າ​ພາບ​ໄດ້​ຈັດ​ໝູນ​ວຽນ​ຕາມ​ລຳ​ດັບ​ຕົວ​ອັກ​ສອນ​ພາ​ສາ​ອັງ​ກິດ ແລະຈັດ​ຂຶ້ນ 2 ປີ​ຕໍ່​ເທື່ອ ໂດຍ​ຄັ້ງ​ທຳ​ອິດ​ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ບາງກອກ​ປະ​ເທດ​ໄທ​ໃນ​ປີ 1959 ແລະ​ຄັ້ງ​ທີ 3 ທີ່​ຈະ​ຈັດ​ຂຶ້ນ​ໃນ 1963 ຕາມ​ແຜນ​​ນັ້ນຖືກ​ຍົກ​ເລີກຍ້ອນ​ສາ​ເຫດ​ຕ່າງໆ. ກ່ອນ​ປີ 1977, ປະ​ເທດ​ທີ່​ເຂົ້າ​ຮ່ວມ​ແຂ່ງ​ຂັນ​ມີ​ພຽງ​ແຕ່ໄທ​, ມຽນ​ມາ, ມາ​ເລ​ເຊຍ, ສິງ​ກະ​ໂປ, ກຳ​ປູ​ເຈຍ, ລາວ​ແລະ​ຫວຽດ​ນາມ. ​ແຕ່​ມາ​ເຖິງ​ຄັ້​ງ​ທີ 9 ຢູ່​ນະ​ຄອນ​ຫຼວງ​ກົວ​ລາ​ລຳ​ເປີ​ປະ​ເທດ​ມາ​ເລ​ເຊຍ​ໃນ​ເດືອນ​ມັງ​ກອນ​ປີ 1977 ​ກໍໄດ້​ຮັບ​ເອົາ​ອິນ​ໂດ​ເນ​ເຊຍ, ຟີ​ລິບ​ປິນ​ແລະ​ບ​ຣູ​ໄນ​ເຂົ້າ​ຮ່ວມ, ແລະ​ປ່ຽນ​ຊື່​​ງານ​ມະ​ຫະ​ກຳ​ກິ​ລາ​ຊີ​ເກມ. ຂະ​ນະ​ທີ່​ຄັ້ງ​ທີ 22 ທີ່​ຈັດ​ຂຶ້ນ​ຢູ່​ຫວຽດ​ນາມໃນ​ປີ 2003 ກໍ​ໄດ້ຮັບ​ເອົາ​ຕີ​ມໍ​ເລ​ສ​ເຕເຂົ້າ​ຮ່ວມ. ໃນ​ປີ 2009, ລາວ​ໄດ້​ຈັດ​ມະ​ຫະ​ກຳ​ກິ​ລາ​ຊີ​ເກມ​ຄັ້ງ​ທີ 25. ແລະ​ປີ​ນີ້​ປີ 2017 ເປັນ​ຄັ້ງທີ 29 ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ກົວ​ລາ​ລຳ​ເປີ​ປະ​ເທດ​ມາ​ເລ​ເຊຍ​ແຕ່​ວັນ​ທີ 19 ຫາ​ວັນ​ທີ 31 ສິງ​ຫາ​ປີ​ນີ້. ບັດ​ນີ້​ມາ​ເບິ່ງ​ສັນ​ຍະ​ລັກ, ຄຳ​ຂວັນ​ຫຼັກ​ກໍ​ຄື​ສັດ​ນຳ​ໂຊກ​ຂອງ​ມະ​ຫະ​ກຳ​ກິ​ລາ​ຄັ້ງ​ນີ້.


ໜຶ່ງ,​ສັນ​ຍະ​ລັກ
ມະ​ຫະ​ກຳ​ກິ​ລາ​ຊີ​ເກມ​ຄັ້ງ​ທີ 29 ​ໄດ້​ກຳ​ນົດ​ເອົາ​ວ່າວ​ບູ​ລານ (wau bulan) ​ທີ່​ເປັນ​ເອ​ກະ​ລັກ​ຂອງ​ມາ​ເລ​ເຊຍ​ເປັນ​​ສັນ​ຍະ​ລັກ. ການ​ປະ​ສົມ​ປະ​ສານ​ລາຍ​ເສັ້ນ​ຍາວ​ແລະ​ແຖ​ບ​ນ້ອຍ​ທີ່​ມີ​ຫຼາຍ​ສີ​ໂດຍ​ມາ​ຈາກ​ທຸງ​ຊາດ​ຂອງ​ບັນ​ດາ​ປະ​ເທດ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້.
ສອງ,​ສັດ​ນຳ​ໂຊກ
​ເຈົ້າ​ພາບ​ຊີ​ເກມ​ປີ 2017 ໄດ້​ເອົາ​ເສືອ​ທີ່​​ຊື່​ວ່າຫຼີ​ມ້າວ(Rimau) ໂດຍ​ຊື່​ຂອງ​ເສືອ​ແມ່ນ​ໂຕ​ຫຍໍ້​ພາ​ສາ​ອັງ​ກິດ,ຄື: ເຄົາ​ລົບ (Respect), ຊື່​ສັດ​ສຸ​ຈະລິດ(Integrity), ການ​ເຄື່ອນ​ໄຫວ(Move), ທ່າ​ທີ​ທີ່​ຖືກ​ຕ້ອງ(Attitude)ແລະ​ສາ​ມັກ​ຄີ(Unity).
ສາມ,​ຄຳ​ຂວັນ
"ຮ່ວມ​ກັນ​ຈະ​ເລີນ​ຮຸ່ງ​ເຮືອງ​"(Rising Together)ແມ່ນ​​ຄຳ​ຂວັນ​ຂອງມະ​ຫະ​ກຳ​ກິ​ລາ​ຊີ​ເກມ​ປີ 2017. ​ເຊິ່ງ​ໝາຍ​ເຖິງປະ​ຊາ​ຊົນ​ຂອງ​ບັນ​ດາ​ປະ​ເທດ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​ຮ່ວ​ມ​ມື​ແລະ​ກ້າວ​ໄປ​ໜ້າ,ຮ່ວມ​ກັນ​ຂຽນ​​ປະ​ຫວັດ​ສາດໜ້າ​ໃໝ່​​ໃນ​ການ​ຮ່ວມ​ກັນ​ສ້າງ​ສັນ​ຕິ​ພາບ,ກ້າວ​ໜ້າ​ແລະ​ຈະ​ເລີນ​ຮຸ່ງ​ເຮືອງ.
1  2  3  4  5  6  7  8  9  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ