ຕາມຂ່າວCRI: ເມືອງໂຕ່ລຸນຕັ້ງຢູ່ພາກກາງເຂດມົງໂກໃນ ແລະພາກຕາເວັນອອກສຽງໃຕ້ເມືອງຊີລິນໂກນ ເປັນເມືອງທີ່ໃກ້ປັກກິ່ງກວ່າໝູ່ໃນເຂດດັ່ງກ່າວ ເຊິ່ງຫ່າງຈາກປັກກິ່ງ 180 ກິໂລແມັດ, ແລະໄດ້ຮັບການຂະໜານນາມເປັນ "ສະຖານທີ່ໜີຮ້ອນ"ແລະ "ສວນດອກໄມ້ປັກກິ່ງ".