ຕາມຂ່າວ CRI: ສະຖານທູດຈີນປະຈຳລາວໄດ້ຈັດງານລ້ຽງສົ່ງນັກສຶກສາລາວທີ່ໄດ້ຮັບທຶນການສຶກສາຈາກລັດຖະບານຈີນປະຈຳສົກປີ
2017-2018 ໃນວັນທີ 17 ສິງຫານີ້, ໂດຍທ່ານ ຫວາງເວີນທຽນ ເອກອັກຄະລັດຖະທູດຈີນປະຈຳລາວ, ທ່ານ ບົວລານ ສິລິປັນຍາຮອງ
ລັດຖະມົນຕີກະຊວງສຶກສາທິການແລະກິລາ, ຜູ້ຕາງໜ້າຄະນະກຳມະທີການຮ່ວມມືລາວ-ຈີນພ້ອມດ້ວຍນັກສຶກສາທີ່ໄດ້ຮັບທຶນການສຶກສາ
100 ກວ່າຄົນເຂົ້າຮ່ວມ.
ທ່ານ ຫວາງເວີນທຽນ ກ່າວວ່າ: ທຶນການສຶກສາຂອງລັດຖະບານຈີນ ເປັນສັນຍະລັກໃນໂຄງການຮ່ວມມືລະຫວ່າງສອງປະເທດຈີນ-ລາວ,
ທັງຮຽກຮ້ອງ ຕໍ່ບັນດານັກສຶກສາຈົ່ງເອົາໃຈໃສ່ສຶກສາຮ່ຳຮຽນ ເພື່ອເປັນທູດມິດຕະພາບ ແລະ ປະກອບສ່ວນພັດທະນາສາຍພົວພັນລະ
ຫວ່າງສອງປະເທດໃຫ້ເລິກເຊິ່ງກວ່າເກົ່າ.
ທ່ານ ບົວລານ ສິລິປັນຍາ ໄດ້ສະແດງຄວາມຂອບໃຈລັດຖະບານຈີນທີ່ສະໜັບສະໜູນ ການສຶກສາກໍຄືການອົບຮົມບຸກຄະລາກອນໃນຂົງ
ເຂດຕ່າງໆໃຫ້ແກ່ປະເທດຕົນມາໂດຍຕະຫລອດ, ແລະໄດ້ຮຽກຮ້ອງບັນດານັກສຶກສາຕ້ອງປະຕິບັດຕາມກົດໝາຍກົດລະບຽບໃນໄລຍະສຶກ
ສາຢູ່ຈີນ ແລະ ຕັ້ງໃຈຮ່ຳຮຽນ ເພື່ອພັດທະນາຕົນເອງໃຫ້ກາຍເປັນບຸກຄະລາກອນເພື່ອປະກອບສ່ວນພັດທະນາເສດຖະກິດ-ສັງຄົມຂອງ
ປະເທດຕົນ.
ຈີນໃຫ້ຄວາມສຳຄັນຕໍ່ການແລກປ່ຽນແລະຮ່ວມມືກັບລາວໃນຂົງເຂດການສຶກສາໂດຍສົ່ງເສີມນັກສຶກສາດີເດັ່ນຂອງລາວມາສຶກສາຢູ່ປະເທດ
ຕົນ ນອກນີ້ຍັງເພີ່ມ ທຶນການສຶກສາໃຫ້ລາວນັບມື້ຫລາຍກວ່າເກົ່າ. ໂດຍມາຮອດປີ 2016, ນັກສຶກສາລາວໄດ້ຮັບທຶນການສຶກສາຈາກລັດ
ຖະບານຈີນມີເຖິງ 1361 ຄົນ ເປັນອັນດັບໜຶ່ງໃນອາຊຽນແລະກໍໃນປີດັ່ງກ່າວມີນັກສຶກສາລາວທີ່ສຶກສາຢູ່ຈີນ ທັງໝົດ 9907 ຄົນ. ຈາກ
ຜົນງານດັ່ງກ່າວເຮັດໃຫ້ລາວກາຍເປັນ ປະເທດທີ່ມີນັກສຶກສາມາສຶກສາຢູ່ຈີນຫລາຍທີ່ສຸດໃນໂລກ.